ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-14 18:15:15    
ບັນ​ຫາ​ມຽນ​ມາ​ບໍ່​ໄດ້​ຖືກ​ຈັດ​ເຂົ້າ​ວາ​ລະ​ປະ​ຊຸມ​ຂອງ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊີ​ຕາ​ເວັນ​ອອກ

cri
ຕາມ​ຂ່າວ cri:​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 14 ພະຈິກ​ນີ້,ທ່ານ​ເຫີ​ຢ້າ​ເຟີ່​ຍ ຜູ່​ຊ່ວຍ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ແຈ້ງ​ໃຫ້​ຊາບວ່າ, ບັນຫາ​ມຽນມາ​ທີ່​​ໄດ້ຮັບ​ຄວາມ​ສົນ​ໃຈ​ຫລາຍ​ນັ້ນບໍ່​ໄດ້​ຖືກ​ຈັດ​ເຂົ້າ​ໃນວາລະ​ປະຊຸມ​ຂອງ​ກອງ​ປະຊຸມ​ສຸດຍອດ​ອາຊີ​ຕາ​ເວັນ​ອອກ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ສິງກະ​ໂປ,​ແຕ່​ທ່ານ​ກ່າວ​ວ່າ, ​ໃນ​ໄລຍະ​ກອງ​ປະຊຸມ, ຜູ່​ນຳ​ຂອງປະ​ເທດ​ຕ່າງໆຍັງ​ອາດ​ຈະ​ຫາລື​ບັນຫາ​ມຽນມາ.

ທ່ານ​ເຫີ​ຢ້າ​ເຟີ​ຍກ່າ​ວ່າ, ບໍ່​ວ່າ​ຈະ​ຫາລື​ດ້ວຍ​ວິທີ​​ໃດ,ຂ່າວ​ທີ່​ສົ່ງ​ອອກມາ​ນັ້ນກໍ່​ຄວນ​ມີ​ຜົນ​ດີ​ໃຫ້​ສະ​ຖາ​ນະ​ການ​ມຽນ​ມາ​ຫັນ​ປ່ຽນ​ໄປ​ສູ່​ທິດຕັ້ງຫນ້າ,ມີ​ຜົນ​ດີ​ຕໍ່​ສະຖຽນ​ລະ​ພາບ​ຍາວ​ນານ​ແລະ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ມຽນມາ.

ທ່ານ​ກ່າວ​ຢ້ຳວ່າ, ຍ້ອນ​ສາ​ເຫດ​ທາງ​ປະ​ຫວັດ​ສາດ,ບັນຫາ​ມຽນມາ​ບໍ່​ສາມາດ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ເຖິງ​ຖອງ​ພາຍ​ໃນ​ເວລາ​ສັ້ນໆ.ຝ່າຍ​ຈີນ​ບໍ່​ເຫັນ​ດີທີ່​ສຸດ​ນຳ​ການ​ລົງ​​ໂທດ,ຝ່າຍ​ຈີນ​ສະ​ຫນັບ​ສະ​ຫນູນ​ເລ​ຂາ​ທິ​ການ​ໃຫຍ່​ສະຫະ​ປະຊາ​ຊາດ​ແລະ​ທູດ​ພິ​ເສດ​ຂອງ​ທ່ານ​ທີ່​ໄດ້​ທຳ​ຄວາມ​ພະຍາຍາມ​ໄກ່​ເກ່ຍ,ທ່ານ​ກ່າວ​ຢ້ຳວ່າ, ອະນາຄົດ​ຂອງ​ມຽນມາ​ຄວນ​ໃຫ້​ປະຊາຊົນ​ມຽນມາ​ຕັດສິນ​ເອົາ​ເອງ.