ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-15 11:37:04    
ກອງ​ປະຊຸມ​​ໂຕະມົນ​ຈີນ​ເອີ​ລົບ​ຄັ້ງ​ທີ 2 ຈັດ​ຂຶ້ນ​ບຼຸ​ແຊນ

cri
ຕາມ​ຂ່າວສານ​ຊິ່ນ​ຮວາ​: ວັນ​ທີ 14 ພະຈິກ​ນີ້, ຄະນະ​ກຳມະການ​ບໍລິຫານ​ງານ​​ເສດຖະກິດ​ສັງຄົມ​ຈີນ​ແລະຄະນະ​ກຳມະການ​ເສດຖະກິດ​ສັງຄົມ​ສະຫະພາບ​ເອີ​ລົບ​ຈັດ​ກອງ​ປະຊຸມ​ໂຕະມົນ​ຈີນ​ເອີ​ລົບ​ຄັ້ງ​ທີ 2 ຢູ່​ບຼຸ​ແຊນ, ຫາລື​ຫົວ​ຂໍ້​ຕ່າງໆ, ​ເຊັ່ນ​: ການ​ປ່ຽນ​ແປງ​ທາງ​ອາກາດ​ກັບນະ​ໂຍບາຍ​ປ່າ​ໄມ້, ນະ​ໂຍບາຍ​ພະລັງງານ​ແລະ​ຄວາມ​ຮັບຜິດຊອບ​ສັງຄົມ​ຂອງ​ວິ​ສາ​ຫະກິດ​ເປັນ​ຕົ້ນ, ​ແລະ​ໄດ້​ບັນລຸ​ຄວາມ​ເຫັນ​ເອກະສັນ​ກັນ​ຢ່າງ​ກວ້າງຂວາງ.

ຜູ້​ແທນ​ຮ່ວມ​ປະຊຸມ​ຂອງ​ທັງ​ສອງ​ຝ່າຍ​ໄດ້​ດຳ​ເນີນ​ການ​ຫາລື​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ຫົວ​ຂໍ້​ດັ່ງກ່າວ, ​ແລະ​ໄດ້ອອກ​ຖະ​ແຫຼງການ​ຮ່ວມ​. ຖະ​ແຫຼງການ​ຮຽກຮ້ອງ​ໃຫ້​ຈີນ​ເອີ​ລົບ​ແລກປ່ຽນ​ບົດຮຽນ​ກັນ​ໃນຂົງ​ເຂດ​ຕ່າງໆ, ​ເຊັ່ນ: ການ​ຮັກສາ​ປ່າ​ໄມ້, ການ​ປູກ​ຕົ້ນ​ໄມ້​​ໃຫ້​ເປັນ​ປ່າ​ແລະການ​ປະຕິບັດກົນ​ໄກ​ພັດທະນາຢ່າງ​ສະອາດ​ເປັນ​ຕົ້ນ, ສືບ​ຕໍ່​ດຳ​ເນີນ​ການ​ຫາລື​ແລະ​ແລກປ່ຽນ​ກ່ຽວ​ກັບ​ບັນຫາ​ຄວາມ​ຮັບຜິດຊອບ​ສັງຄົມ​ຂອງ​ວິ​ສາ​ຫະກິດ​ທີ່​ສອງ​ຝ່າຍ​ສົນ​​ໃຈ​ນຳ​ກັນ, ​ເພີ່ມ​ທະວີ​ຄວາມ​​ເຂົ້າ​ໃຈ​ກັນ, ດຳ​ເນີນ​ການ​ຮ່ວມ​ມື​ທີ່ຕິດ​ແທດ​ຕົວ​ຈິງ.