|
 |
(GMT+08:00)
2007-11-15 11:47:31
|
 |
ຈີນອອກປື້ມປົກຂາວກ່ຽວກັບລະບອບພັກການເມືອງເປັນເທື່ອທຳອິດ
cri
ຕາມຂ່າວ CRI: ວັນທີ 15 ພະຈິກນີ້, ຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນໄດ້ອອກປື້ມປົກຂາວກ່ຽວກັບລະບອບພັກການເມືອງ, ນີ້ແມ່ນເທື່ອທຳອິດ ທີ່ຈີນອອກປື້ມປົກຂາວແບບນີ້.
ປື້ມປົກຂາວຊີ້ອອກວ່າ, ລະບອບພັກການເມືອງທີ່ຈີນປະຕິບັດແມ່ນລະບອບຫຼາຍພັກຮ່ວມມືກັນແລະເປິກສາການເມືອງທີ່ນຳພາໂດຍພັກກອມມູນິດຈີນ, ມີສີສັນພິເສດໃນລະບອບພັກການເມືອງຕ່າງໆໃນໂລກ. ມັນບໍ່ຄືລະບອບສອງພັກແລະຫຼາຍພັກແຂ່ງຂັນກັນຂອງປະເທດຝ່າຍຕາເວັນຕົກ, ແລະກໍ່ຕ່າງກັບລະບອບພຽງພັກດຽວທີ່ປະເທດຈຳນວນໜຶ່ງປະຕິບັດ. ພັກກອມມູນິດຈີນກັບພັກປະຊາທິປະໄຕຕ່າງໆຂອງຈີນຮ່ວມມືກັນຢ່າງສະໜິດແໜ້ນ, ທັງຕິດຕາມກວດກາເຊິ່ງກັນແລະກັນ, ແຕ່ບໍ່ແມ່ນຄັດຄ້ານກັນ, ພັກກອມມູນິດຈີນກຳອຳນາດຕາມກົດໝາຍ, ພັກປະຊາທິປະໄຕຕ່າງໆເຂົ້າຮ່ວມການປົກຄອງຕາມກົດໝາຍ, ບໍ່ແມ່ນຜັດປ່ຽນກັນກຳອຳນາດ.
ປຶ້ມປົກຂາວຍັງຊີ້ອອກວ່າ, ໃນຂະບວນວິວັດອັນຍິ່ງໃຫຍ່ແຫ່ງການສ້າງພາລະກິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ລະບອບຫຼາຍພັກຮ່ວມມືກັນແລະເປິກສາການເມືອງຂອງຈີນທີ່ພັກກອມມູນິດຈີນກັບພັກປະຊາທິປະໄຕຕ່າງໆພ້ອມກັນສ້າງແລະພັດທະນານັ້ນ, ຈະຮັບການປັບປຸງແລະບູລະນະໃຫ້ສົມບູນຂຶ້ນຢ່າງບໍ່ຢຸດຢັ້ງແລະຈະເສີມຂະຫຍາຍບົດບາດນັບມື້ນັບສຳຄັນກວ່າເກົ່າ.
|
|
|