ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-15 16:31:22    
ແນວທາງ​ພື້ນຖານ​ຂອງ​ພັກ​ກອມ​ມູນິດ​ຈີນ​ແມ່ນ​ເສັ້ນ​ທາງ​ຊີ​ວິດ​ຂອງ​ພັກ​ແລະ​ຂອງ​ລັດ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 15 ພະຈິກ​ນີ້, ຂ່າວສານ​ຊິນ​ຮວາ​ຂອງ​ຈີນ ​ໄດ້​ລົງ​ບົດ​ຄວາມ ​ໂດຍ​ຂຽນ​ວ່າ, ແນວທາງ​ພື້ນຖານ​ຂອງ​ພັກ​ກອມ​ມູນິດ​ຈີນ​ແມ່ນ​ເສັ້ນທາງ​ຊີວິດ​ຂອງ​ພັກ​ແລະ​ຂອງ​ລັດ.

​ແນວທາງ​ພື້ນຖານ​ຂອງ​ພັກ​ກອມ​ມູນິດ​ຈີນ​ໃນ​ສະ​ໄໝ​ໃໝ່ ​ເວົ້າ​ຫຍໍ້​ເປັນ "​ໜຶ່ງ​ໃຈ​ກາງ​ ສອງ​ຂໍ້​ພື້ນຖານ​", ນັ້ນກໍ​ແມ່ນ ຖື​ເອົາ​ການ​ສ້າງສາ​ເສດຖະກິດ​ເປັນ​ໃຈກາງ, ຍຶດ​ໝັ້ນ 4 ຫຼັກ​ການ​ພື້ນຖານ, ຍຶດໝັ້ນປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ. ບົດ​ລາຍ​ງານ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງທີ 17 ຂອງ​ພັກ​ກອມ​ມູນິດ​ຈີນ​ຊີ້​ອອກ​ວ່າ, ແນວທາງ​ພື້ນຖານ​ຂອງ​ພັກ​ແມ່ນ​ເສັ້ນ​ທາງ​ຊີ​ວິດ​ຂອງ​ພັກ​ແລະຂອງ​ລັດ, ການ​ຖື​ການ​ສ້າງສາ​ເສດຖະກິດ​ເປັນ​ໃຈກາງ ​ແມ່ນ​ຫຼັກ​ໃນ​ການ​ສ້າງ​ສາ​ໃຫ້​ປະ​ເທດ​ຈະ​ເລີ​ນຮຸ່ງ​ເຮືອງ, 4 ຫຼັກການພື້ນຖານ​ແມ່ນ​ກົກ​ຮາກ​ຂອງ​ການ​ສ້າງ​ຕັ້ງ​ປະ​ເທດ, ການ​ປະ​ຕິ​ຮູບ​ແລະ​ໄຂ​ປະຕູ​ສູ່ພາຍ​ນອກ​ແມ່ນ​ເສັ້ນທາງ​ແຫ່ງ​ການ​ສ້າງສາ​ໃຫ້​ປະ​ເທດ​ເຂັ້ມ​ແຂງ.

ບົດ​ຄວາມ​ວິ​ເຄາະ​ວ່າ, ​​ແນວທາງ​ພື້ນຖານ​ຂອງ​ພັກ​ກອມ​ມູນິດ​ຈີນ​ແມ່ນ​ເສັ້ນ​ທາງ​ຊີ​ວິດ​ຂອງ​ພັກ​ແລະຂອງລັດ, ​ແມ່ນ​ສິ່ງ​ຮັບປະກັນ​ດ້ານ​ການ​ເມືອງ​ແຫ່ງ​ການ​ບັນລຸ​ການ​ພັດ​ທະ​ນາ​ຢ່າງ​ວິ​ທະ ຍາສາດ; ການ​ຖື​ການ​ສ້າງສາ​ເສດຖະກິດ​ເປັນ​ໃຈກາງ ​ແມ່ນ​ຄວາມ​ສຳ​ຄັນ​ໃນ​ການ​ສ້າງ​ສາ​ໃຫ້​ປະ​ເທດ​ຈະ​ເລີ​ນຮຸ່ງ​ເຮືອງ, ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງ​ການ​ຂັ້ນ​ພື້ນ​ຖານ​ຂອງ​ຄວາມ​ຈະ​ເລີນ​ສີວິ​ໄລ​ແລະ​ຄວາມ​ສະຫງົບ​ຖາວອນ​ຂອງ​ພັກ​ແລະ​ຂອງ​ລັດ; 4 ຫຼັກ​ການ​ພື້ນ​ຖານ ຄື ຍຶດ​ໝັ້ນ​ເສັ້ນ​ທາງ​ສັງຄົມ​ນິຍົມ​ ຍຶດໝັ້ນຜະ​ເດັດ​ການ​ໂດຍ​ປະຊາທິປະ​ໄຕ​ປະ​ຊາ​ຊົນ ຍຶດ​ໝັ້ນ​ນຳພາ​ໂດຍ​ພັກ​ກອມ​ມູນິດ​ຈີນ ຍຶດໝັ້ນລັດທິ​ມາກ-​ເລ​ນິນ ​ແລະ​ແນວ​ຄິດ​ເໝົາ​ເຈີ​ຕົງ ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ແມ່ນ​ກົກ​ຮາກຂອງ​ການ​ສ້າງຕັ້ງປະ​ເທດ, ​ແມ່ນ​ພື້ນຖານ​ການ​ເມືອງ​ຂອງ​ການ​ຢູ່​ລອດ​ແລະ​ພັດທະນາ​ຂອງ​ພັກ​ແລະຂອງລັດ; ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່ພາຍ​ນອກ ​ແມ່ນ​ເສັ້ນ​ທາງ​ສ້າງສາ​ປະ​ເທດ​ໃຫ້​ເຂັ້ມ​ແຂງ, ​ແລະ​ແມ່ນ​ແຫຼ່ງພະລັງ​ຂອງ​ການ​ພັດທະນາ​ແລະ​ຄວາມ​ກ້າວ​ໜ້າ​ຂອງ​ພັກ​ແລະ​ຂອງລັດ.