ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-16 10:35:41    
ພາກ​ຕາ​ເວັນ​ຕົກ​ຂອງ​ຈີນບັນລຸ​ເປົ້າ​ໝາຍ​ດ້ານ​ການ​ສຶກ​ສາ

cri Author: lm

ຕາມ​ໜັງສືພິມ​ເຢັນ​ໝິນຢື້​ປ້າວ​ຂອງ​ຈີນ: ວັນ​ທີ 15 ພະຈິກ​ນີ້ ຢູ່​ທີ່​ປັກ​ກິ່ງ, ທ່ານ​ນາງ​ເສີນ​ຈື້​ລີ້ ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ, ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ ​ໄດ້​ບັນລຸ​ຄາດ​ໝາຍ​ທີ່​​ເຜີຍ​ແຜ່​ການ​ສຶກສາ​ພາກ​ບັງຄັບ 9 ປີ ​ແລະ ລົບ​ລ້າງ​ຜູ້​ກືກ​ໜັງ​ສື​​ໄວ​ໜຸ່ມ​ໂດຍ​ພື້ນ​ຖານ ຕາມ​ເວ​ລາກຳນົດ​.

ທ່ານ​ນາງ​ເສີນ​ຈື້ລີ້​ກ່າວ​ວ່າ, ນັບ​ແຕ່​ປີ 2004 ມາ​ນີ້, ການ​ເງິນ​ສູນ​ກາງ​ຈີນ​ໄດ້​ໃຊ້​ງົບ​ປະມານ 10 ຕື້​ຢວນ ​ເພື່ອ​ສ້າງ​ໃໝ່ ​ແລະຂະຫຍາຍ​ສ້າງໂຮງຮຽນ​ກິນນອນ 7000 ກວ່າ​ແຫ່ງ, ອັນ​ໄດ້​ແກ້​ໄຂ​ບັນຫາ​​ເຂົ້າຮຽນ​ຍາກ​ຂອງ​ນັກຮຽນ​ໃນ​ເຂດ​ຊົນນະບົດ​ຫ່າງ​ໄກ​ສອກ​ຫຼີກ; ນັບ​ແຕ່​ປີ 2006 ​ເປັນຕົ້ນມາ, ຈີນ​ໄດ້​ຍົກ​ເລີກ​ຄ່າ​ຮຽນ​​ແລະ​ຄ່າ​ອື່ນໆ​ທັງ​ໝົດຂອງ​ນັກ​ຮຽນ​ພາກ​ບັງຄັບ​ຢູ່​ເຂດ​ຊົນນະບົດ​​ພາກ​ຕາ​ເວັນ​ຕົກ, ​ແຕ່​ລະດູ​ໃບ​ໄມ້​ຫຼົ່ນ​ປີ​ນີ້​ເປັນ​ຕົ້ນ​ໄປ, ​ຈະ​ສະ​ໜອງ​ປື້​ມແບບຮຽນທັງ​ໝົດໂດຍ​ບໍ່​ເກັບ​ຄ່າ, ນັກຮຽນ​​ກິນນອນ​​ເກືອບ​ເຄິ່ງ​ໜຶ່ງ​ໄດ້​ຮັບ​​ຄ່າ​ຄອງ​ຊີບ.

ນອກ​ນີ້, ຈີນ​ຍັງ​​ໄດ້​ປະຕິບັດ "​ໂຄງການ​ການ​ສຶກສາ​ທັນ​ສະ​ໄໝ​ທາງ​ໄກ​​ໂຮງຮຽນ​ປະຖົມ​ແລະ​ມັດທະຍົມ​​ໃນ​ຊົນນະບົດ" ຢູ່​ພາກ​ຕາ​ເວັນ​ຕົກ, ​ເຮັດ​ໃຫ້​ນັກຮຽນ​ປະຖົມ​ແລະ​ມັດ​ທະ​ຍົມ​ຢູ່​ພາກ​ຕາ​ເວັນ​ຕົກ ສາມາດ​ຊົມ​ໃຊ້ຊັບພະຍາກອນ​ການ​ສຶກສາ​ທີ່​ດີ. ຂະນະ​ດຽວ​ກັນ, ​ໂດຍ​ຜ່ານ​ການ​ປະຕິບັດ​ແຜນການ​ທີ່ຄູ​ສອນ​ໃນ​ຕົວ​ເມືອງ​ໄປ​ຊ່ວຍ​ເຫຼືອ​​ເຂດ​ຊົນ​ນະ​ບົດ ​ແລະ​ແຜນ​ການ​ເຝິກອົບຮົມ​ຄູສອນໃນ​ເຂດ​ຊົນນະບົດ​ໂດຍ​ທາງ​ໄກ, ​ເຮັດ​ໃຫ້​ຄຸນ​ທາດ​ລວມ​ຂອງ​ຄູ​ສອນ​ໃນ​ເຂດ​ຊົນນະບົດ​ຂອງ​ພາກ​ຕາ​ເວັນ​ຕົກ​ໄດ້​ຍົກ​ສູງ​ຂຶ້ນ​ເປັນ​ກ້າວໆ.