|
 |
(GMT+08:00)
2007-11-16 14:23:22
|
ນັກວິຊາການຈີນແລະຕ່າງປະເທດຄົ້ນຄວ້າຫາລືອະນາຄົດການພັດທະນາຂອງອາຊຽນ
cri
Author: shuo
ຕາມຂ່າວຈາກໜັງສືພິມເຢິນມິນຢື້ປ້າວຂອງຈີນ:ວັນທີ15ພະຈິກນີ້,ງານສຳມະນາສາກົນທີ່ພາດຫົວເລື່ອງວ່າ"40ປີຂອງອາຊຽນ:ຫວນຄືນແລະເບິ່ງໄກທາງໜ້າ"ໄດ້ຈັດຂຶ້ນຢູ່ມະຫາວິທະຍາໄລປັກກິ່ງຂອງຈີນ.ຜູ້ຊ່ຽວຊານແລະນັກວິຊາການ80ກວ່າຄົນທີ່ມາຈາກໂຮງຮຽນຊັ້ນສູງແລະສະຖາບັນຄົ້ນຄວ້າຂອງຈີນ ໄທ ສິງກະໂປ ມຽນມາ ຍີ່ປຸ່ນແລະປະເທດອື່ນໄດ້ຮ່ວມງານ.
ຜູ້ຮ່ວມງານໝູນອ້ອມຂະບວນການຂະຫຍາຍຕົວຂອງອາຊຽນ ການພົວພັນກັບພາຍນອກຂອງອາຊຽນ ການພົວພັນລະຫວ່າງປະເທດສະມາຊິກອາຊຽນແລະການພົວພັນລະວ່າງອາຊຽນກັບຈີນ,ໄດ້ຫວນຄືນຂະບວນການພັດທະນາແລະຜົນສຳເລັດທີ່ໄດ້ຮັບນັບແຕ່ອາຊຽນສ້າງຕັ້ງຂຶ້ນໃນ40ມານີ້,ໄດ້ວິໄຈຈຸດພິເສດຂອງການ ຈັດຕັ້ງຂອງອາຊຽນໃນປະຈຸບັນ,ແລະໄດ້ຫາລືຢ່າງຟົດຟື້ນກ່ຽວກັບອະນາຄົດຂອງການສ້າງຕັ້ງປະຊາຄົມອາຊຽນບົນພື້ນຖານກົດບັດອາຊຽນ.
|
|
|