ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-16 17:56:38    
ວຽກ​ງານ​ປ້ອງ​ກັນ​ແລະ​ປົວ​ແປງ​ທະ​ເລ​ຊາຍ​ຂອງ​ຈີນ​ໄດ້​ຮັບ​ຜົນ​ງານ​ທີ່​ປະ​ຈັກ​ຕາ​ຊາວ​ໂລກ

cri
ຂ່າ​ວຈາກ​ຫນັງສືພິມ​ເຢີ​ນມີນຢື້​ປ້າວ​ຂອງ​ຈີນ:ຫວ່າງ​ມໍ່ໆ​ນີ້ ຢູ່​ເມືອງອິນ​ຊວນ ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ ທ່ານ​ເຈ່ຍ​ຈື້ປ່າງ ຫົວຫນ້າ​ກົມ​ປ່າ​ໄມ້​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,​ໃນ​ຫລາຍ​ປີ​ມາ​ນີ້, ວຽກ​ງານ​ປ້ອງ​ກັນ​ແລະ​ປົວ​​ແປງ​ທະ​ເລຊາຍ​ຈີນ​ໄດ້​ຮັບ​ຜົນງານ​ປະຈັກ​ຕາ​ຊາວ​ໂລກ.​ເນື້ອ​ທີ່​ດິນ​ທີ່​ຫັນ​ເປັນ​ດິນຊາຍ​ຂອງ​ຈີນ​ໄດ້​ຫລຸດ​ຫນ້ອຍ​ລົງ 1200 ກວ່າ​ກິ​ໂລ​ຕາແມັດຕໍ່​ປີ.

ຍຸດ​ທະ​ສາດ​ລວມຂອງ​ຈີນ​ໃນ​ດ້ານ​ປົວ​ແປງ​ທະ​ເລຊາຍກໍ່​ແມ່ນ:ຢູ່​​ອ້ອມ​ດອນ​ຂຽວ​​ທະ​ເລ​ຊາຍ,ຕ້ອງ​ສ້າງ​ປ່າ​ປ້ອງ​ກັນ​ລົມ​ແລະ​ເຮັດ​ໃຫ້​ດິນຊາຍຄົງ​ທີ່,​ເພື່ອ​ປົກ​ປັກ​ຮັກສາພົມ​ພືດ​ແລະ​ດອນ​ຂຽວ​ທີ່​ເກີດ​ຢູ່​ທະ​ເລ​ຊາຍ​ທຳ​ມະ​ຊາດໃນ​ປັດຈຸບັນ;ຢູ່​ເຂດ​ດິນຊາຍ​ເຄິ່ງ​ແຫ້ງ​ແລ້ງ,ບົນ​ພື້ນຖານ​ຮັກສາພົມ​ພືດ​ທີ່​ມີ​ຢູ່​ໃນ​ປັດຈຸ​ບັນ,ຜ່ານ​ການປູກ​ໄມ້​ສ້າງ​ປ່າ​ແລະ​ປູກ​ຫຍ້າ ປົວ​ແປງ​ເຂດ​ລ້ອງ​ແມ່​ນ້ຳ​ແລະ​ຍົກຍ້າຍ​ປະຊາຊົນ​ຢູ່​ທ້ອງ​ຖີ່​ນນັ້ນ​ໄປ​ຢູ່​ແຫ່ງ​ອື່ນ,​ເພື່ອ​ດຳ​ເນີນ​ການ​ປົວ​ແປງ​ສັງ​ລວມ,​ແລະ​ບຸກ​ເບີກ​ຊັບພະຍາກອນ​ຢູ່​ເຂດ​ດິນຊາຍ​ຢ່າງ​ເຫມາະ​ສົມ;ຢູ່​ເຂດ​ດິນຊາຍ​ແຖບ​ຫນາວ​ເທິງພູ​ພຽງ​ຊິງ​ຫາຍ​ຕິ​ເບ​ດ,ຕ້ອງ​ປົກ​ປ້ອງ​ລະບົບ​ນິ​ເວດ​ວິທະຍາ​ທີ່​ມີ​ຢູ່​ໃນ​ປັດຈຸບັນ,​ໃຊ້​ມາດ​ຕະການ​ສັງ​ລວມທີ່​ຖື​ການ​ປິດປ່າ​ປູກ​ໄມ້​ເປັນ​ຮູບ​ການ​ສຳຄັນ​​ເພື່ອ​ຟື້ນ​ຟູ​ພືດປົກ​ຫຸ້ມ​ຕ່າງໆ,ຫ້າມ​ເຄັ່ງ​ຄັດ​ບໍ່​ໃຫ້​ດຳ​ເນີນ​ການບຸກ​ເບີກ​ພັດທະນາທີ່​ບໍ່​​ເຫມາະສົມ.