ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-20 10:04:59    
ທ່ານ​ເວີ່ນ​ເຈ່ຍ​ປາວ​ກ່າວ​ວ່າ,​ຈີນ​ຍິນ​ດີ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​​ບົດ​ບາດ​ອັນ​ຕັ້ງ​ໜ້າ​ເພື່ອ​ແກ້​ໄຂ​ບັນ​ຫາ​ມຽນ​ມາ​ຢ່າງ​ເໝາະ​​ສົມ

cri Author: shuo

ຕາມ​ຂ່າວCRI:ວັນ​ທີ19​ພະ​ຈິກ​ນີ້,​ໃນ​ເວລາ​ພົບ​ປະ​ທ່ານ​ເຕັນ​ເຊັນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມຽນ​ມາ,​ທ່ານ​ເວີ່ນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ທີ່​ພວມ​ຢ້ຽມ​ຢາມ​ສິງ​ກະ​ໂປ​ກ່າວ​ວ່າ,​ຈີນ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ວຽກ​ງານ​ໄກ່​ເກ່ຍ​ຂອງ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ພ້ອມ​ດ້ວຍ​ທີ່​ປຶກ​ສາ​ພິ​ເສດ​ຂອງ​ທ່ານ,​ຍິນ​ດີ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ຕັ້ງ​ໜ້າ​ເພື່ອ​ແກ້​ໄຂ​ບັນ​ຫາ​ມຽນ​ມາ​ຢ່າງ​ເໝາະ​ສົມ.

ທ່ານ​ເຕັນ​ເຊັນ​ກ່າວ​ວ່າ,ມຽນມາ​ພວມ​ຟື້ນ​ຟູ​ສະຖຽນ​ລະ​ພາບ.ທ່ານ​ກ່າວ​ວ່າ,ມຽນມາ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ຈີນ​ທີ່​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ຮັບ​ຜິດ​ຊອບ​ແລະ​ມີ​ລັກ​ສະ​ນະ​ສ້າງສັນ​ໃນ​ບັນ​ຫາ​ມຽນ​ມາ.​ມຽນ​ມາ​ຈະ​ຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ​ກັບ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະຊາ​ຊາດ,​ແລະ​ຕັ້ງ​ໜ້າ​ປະ​ສານ​ສົມ​ທົບ​ກັບ​ວຽກ​ງານ​ໄກ່​ເກ່ຍ​ຂອງ​ທີ່​ປຶກ​ສາ​ພິ​ເສດ​ຂອງ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ.