ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-20 16:56:23    
ນາ​ຍົກ​ຈີນ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊີ​ຕາ​ເວັນ​ອອກ​ຕ່າງ​ໆ

cri
ຕາມ​ຂ່າວ CRI: ວັນທີ 20 ພະຈິກ​ນີ້, ຢູ່​ສິງກະ​ໂປ​, ທ່ານ​ເວີ່ນ​​ເຈ່ຍ​ປາວ ນາຍົກ​ລັດຖະ​ມົນຕີ​ຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດອາ​ຊຽນບວກ 3 ຄັ້ງ​ທີ 11, ກອງ​ປະຊຸມ​ສຸດ​ຍອດຈີນ, ຍີ່​ປຸ່ນ​ແລະ​ສ.​ເກົາຫຼີ, ​​ໂດຍ​ໄດ້​ແຍກພົບ​ປະ​ກັບ​ທ່ານຢາ​ຊູ​ໂອ ຟູ​ຄູ​ດະ ນາຍົກ​ລັດຖະ​ມົນຕີ​ຍີ່ປຸ່ນ, ​ແລະ​ທ່ານ​ໂຣມູ​ຢຸນ ປະ​ທາ​ນາ​ທິ​ບໍ​ດີ​ສ.​ເກົາຫຼີ.

ກອງ​ປະຊຸມສຸດ​ຍອດອາ​ຊຽນບວກ 3 ຄັ້ງ​ທີ 11 ​​ໄດ້ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນທີ 20 ພະຈິກ​ນີ້. ​ເຈົ້າ​ໜ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເຜີຍ​ໃຫ້​ຮູ້​ວ່າ, ທ່ານ​ເວີ່ນ​​ເຈ່ຍ​ປາວ​ຈະ​ສະຫຼຸບ​ບົດຮຽນ​ອັນ​ລ້ຳ​ຄ່າ​ຂອງ​ການ​ຮ່ວມ​ມືອາ​ຊຽນບວກ 3, ​ລົງ​ເລິກແລກ​ປ່ຽນ​ຄວາມ​ເຫັນກັບ​ຝ່າຍ​ຕ່າງໆ​ກ່ຽວ​ກັບ​ການ​ຮ່ວມ​ມືອາ​ຊຽນບວກ 3 ຢ່າງ​​ເນັ້ນໜັກ.

ຕອນ​ເຊົ້າ​ມື້​ດຽວ​ກັນ, ທ່ານ​ເວີ່ນ​​ເຈ່ຍ​ປາວ​ກັບ​ທ່ານ​ໂຣມູຢຸນ​ແລະ​ທ່ານຢາ​ຊູ​ໂອ ຟູ​ຄູ​ດາ ​ໄດ້​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດຈີນ​ຍີ່​ປຸ່ນສ.​ເກົາຫຼີຄັ້ງ​ທີ 8, ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ, ຄື: ການ​ອະນຸລັກ​ສິ່ງ​ແວດ​ລ້ອມ,​ວິທະຍາ​ສາດ​ເຕັກນິກ, ວັດທະນະ​ທຳ​ແລະ​ການ​ແລກປ່ຽນ​ລະຫວ່າງ​ຊາວ​ໜຸ່ມ​.

ຕອນ​ເຊົ້າ​ມື້​ດຽວ​ກັນ, ທ່ານ​ເວີ່ນ​ເຈ່ຍ​ປາວ ຍັງ​ໄດ້​ແຍກະ​ກັບ​ທ່ານ​ໂຣມູ​ຢຸນ ປະທານາທິບໍ​ດີສ.​ເກົາຫຼີ​ແລະ​ທ່ານຢາ​ຊູ​ໂອະ ຟູ​ຄູ​ດະ ນາຍົກ​ລັດຖະ​ມົນຕີ​ຍີ່ປຸ່ນ, ​ໄດ້​ແລ​ກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ພົວພັນ​ສອງ​ຝ່າຍ​ແລະ​ບັນຫາ​ທີ່​ສອງ​ຝ່າຍ​ສົນ​ໃຈຮ່ວມກັນ​.