ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-20 18:17:20    
ດາວ​ທຽມ​ "ສາງ​ເອີ​ເລກ​ໜຶ່ງ" ຂອງຈີນ​ໄດ້​ບິນ​ອ້ອມ​ດວງ​ຈັນ 158 ຮອບ​ແລ້ວ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ນັບ​ມາ​ຮອດ​ເວລາ 14 ​ໂມງ​ຂອງ​ວັນ​ທີ 20 ພະຈິກ​ນີ້, ດາວ​ທຽມ "ສາງ​ເອີ​ເລກ​ໜຶ່ງ" ຂອງ​ຈີນ ​ໄດ້​ບິນ​ອ້ອມ​ດວງ​ຈັນ 158 ຮອບ​ແລ້ວ, ປັດຈຸບັນ, ສະພາບ​ການ​​ເຮັດ​ວຽກ​ຂອງ​ດາວ​ທຽມ​​ໄດ້​​ເປັນ​ປົກກະຕິ, ຢູ່​ໃນ​ສະພາບ​ທີ່​ດີ, ການ​ຕິດຕາມ​ຄວບ​ຄຸມ​ຢູ່​ໜ້າ​ດິນກໍ​ເປັນ​ປົກກະຕິ.

ວັນ​ທີ 20 ພະຈິກ​ນີ້ ຢູ່​ທີ່​ປັກ​ກິ່ງ, ທ່ານ​ເຜີຍ​ຈ້າວ​ອີ ​ໂຄສົກ​ກົມ​ອະ​ວະ​ກາດ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ປັດຈຸບັນ, ​ເຄື່ອງ​​ຕ່າງໆ​ທີ່​ໃຊ້ໃນ​ການຄົ້ນຄວ້າ​ວິທະຍາ​ສາດ​ໃນ​ດາວ​ທຽມ ​ ​ເຊັ່ນ ​ເຄື່ອງ​ກຳ​ເນີ​ດ​ໄຟຟ້າ​ເປັນຕົ້ນ ໄດ້​​​ເປີດ​ເຮັດ​ວຽກແລ້ວ. ​ໃນ​ຫຼາຍ​ມື້ຕໍ່ໜ້າ​ນີ້, ຈະ​ທົດ​ລອງວັດ​ແທກ​ເຄື່ອງ​ເຫຼົ່າ​ນີ້, ​ເພື່ອ​ຮັບປະກັນ​ໃຫ້​ເຄື່ອງ​ວັດ​ແທກ​ວິທະຍາສາດ​ສາມາດ​ເຮັດ​ວຽກ​ໄດ້​ຢ່າງ​ເປັນ​ປົກກະຕິ, ​ແລະສົ່ງ​ຂໍ້​ມູນກັບ​ຄືນສູ່​ໜ້າດິນ​ໄດ້.