ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-21 16:50:32    
ນາ​ຍົກ​ຈີນ​ພົບ​ປະ​ກັບ​ຜູ່​ນຳ​ອິນ​ໂດ​ເນ​ເຊຍ​ຟີ​ລິບ​ປິນ​ແລະ​ນູ​ແວັນ​ເຊ​ລັງ

cri
ຕາມ​ຂ່າວCRI,ວັນ​ທີ20​ພະຈິກ​ນີ້,ທ່ານ​ເວິ່ນ​ເຈ່ຍ​ປາວ ນາຍົກ​ລັດ​ຖະ​ມົນ​ຕີ​ຈີນ​ທີ່​ພວມ​ຢ້ຽມ​ຢາມ​ ສິງ​ກະ​ໂປ​ໄດ້​ແຍກ​ ​ພົບ​ປະ​ກັບ​ທ່ານ​ຊູຊີ​ໂລ ບຳບັງ ຢຸດ​ໂຮ​ໂຢ​ໂນ ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ, ​ນາງ​ໂກຼ​ເລຍ ອາ​ໂລ​ໂຢ ປະທານາ​ທິບໍດີ​ຟີ​ລິບ​ປິນ​ແລະ​ນາງ​ເຮ​ເ​ລັນ ຄຼາກ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ນູ​ແວັນ​ເຊ​ລັງ.

ໃນ​ເວລາ​ເຈລະຈາ​ກັບ​ທ່ານຊູຊີ​ໂລ,ທ່ານ​ເວິ່ນ​ເຈ່ຍ​ປາວ​ກ່າວ​ວ່າ,ຈີນ​ຍິນ​ດີ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ເຊິ່ງກັນ​ແລະ​ກັນ​ແລະຮ່ວມ​ມືຢ່າງ​ໃກ້ຊິດ​ກັບ​ອິນ​ໂດ​ເນ​ເຊຍ​ໃນ​ບັນ​ຫາ​ສຳ​ຄັນ​ທີ່​ຕ່າງ​ຝ່າຍ​ຕ່າງ​ສົນ​ໃຈ.ທ່ານ​ຊູຊີ​ໂລ​ກ່າວ​ວ່າ,ການ​ພົວພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ອິນ​ໂດ​ເນ​ເຊຍ​ກັບ​ຈີນ​ຂະ​ຫຍາຍ​ຕົວ​ໄປ​ດ້ວຍ​ດີ.​ເປົ້າ​ໝາຍ​ທີ່​ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ບັນລຸ​30​ຕື້​ໂດ​ລາ​ໃນ​ປີ​2010​ນັ້ນ​ຍ່ອມ​ຈະ​ບັນ​ລຸ​ຜົນ​ເປັນ​ຈິງ​ໄດ້​ຢ່າງ​ແນ່​ນອນ.

ໃນ​ເວລາ​ພົບ​ປະ​ກັບ​ທ່ານ​ນາງ​ອາ​ໂລ​ໂຢ,ທ່ານ​ເວິ່ນ​ເຈ່ຍ​ປາວ​ກ່າວ​ວ່າ,ຈີນ​ແລະ​ຟິ​ລິບ​ປິນ​ຄວນ​ສຳ​​ເລັດ​ແຜນ​ປະຕິບັດ​ງານ​ກ່ຽວ​ກັບ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ແລະ​ແຜນ​ການ​5​ປີ​ແຫ່ງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ໂດຍ​ໄວ.ທ່ານ​ກ່າວ​ເນັ້ນ​ວ່າ,ການ​ຮ່ວມ​ກັນ​ພັດ​ທະ​ນາ​ທະ​ເລ​ຈີນ​ໃຕ້​ມີ​ຜົນ​ດີ​ຕໍ່​ການ​ ຮັກສາ​ສະຖຽນ​ລະ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້,ຈີນ​ຍິນ​ດີ​ສືບ​ຕໍ່​ຮ່ວມ​ມື​ກັບ​ຟິ​ລິບ​ປິນ​ຢ່າງ​ສະໜິດ​ແໜ້ນ,​ຊຸກ​ຍູ້​ໃຫ້​ການ​ຮ່ວມ​ກັນ​ພັດ​ທະ​ນາ​ທະ​ເລ​ຈີນ​ໃຕ້​ໄດ້​ຮັບ​ໝາກ​ຜົນ​ຕົວ​ຈິງ​ໂດຍ​ໄວ.​ທ່ານ​ນາງ​ອາ​ໂລ​ໂຢ​ກ່າວ​ວ່າ,​ການ​ພົວ​ພັນ​ຟິ​ລິບ​ປິນ​ຈີນ​ແມ່ນ​ສຸກ​ງອມ​ແລະ​ຮອບ​ດ້ານ,​ຟິ​ລິບ​ປິນ​ໃຫ້​ຄວາມ​ສຳ​ຄັນ​ຈາກ​ດ້ານ​ຍຸດ​ທະ​ສາດ​ຕໍ່​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ກັບ​ຈີນ,​ແລະ​ຍຶດ​ໝັ້ນ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຈີນ​ດຽວ​ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ,​ຄັດ​ຄ້ານ​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ໄຕ້​ຫວັນ​ອອກ​ຈາກ​ຈີນ​ໃຫ້​ເປັນ​ເອ​ກະ​ລາດ.

ໃນ​ເວລາ​ເຈລະຈາ​ກັບ​ ​ນາ​ງ​ເຮ​ເ​ລັນ​ຄຼາກ,ທ່ານ​ເວິ່ນ​ເຈ່ຍ​ປາວ​ກ່າວ​ວ່າ,ການ​ເຈລະຈາ​ເຂດ​ການ​ຄ້າ​ເສລີ​ຈີນນູ​ແວັນ​ເຊ​ລັງ​ແມ່ນ​ເຫດການ​ສຳຄັນ​ເລື່ອງ​ໜຶ່ງ​ທີ່​ມີ​ຄວາມ​ໝາຍ​ດ້ານ​ຍຸດ​ທະ​ສາດ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ,ຫວັງ​ວ່າ​ສອງ​ຝ່າຍ​ປະ​ຕິ​ບັດ​ຕາມ​ຈິດ​ໃຈ​ທີ່​ມີ​ຄວາມ​ຈິງ​ໃຈ,​ເຫັນ​ໃຈ​ກັນ​ແລະ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ແກ່​ກັນ,​ພະ​ຍາ​ຍາມ​ໃຫ້​ກ້າວ​ເຖິງ​ຂັ້ນ​ເຊັນ​ສັນ​ຍາ​ພາຍ​ໃນ​ປີ​ນີ້.​ນາງ​ຄຼາກ​ກ່າວ​ວ່າ,​ນູ​ແວັນ​ເຊ​ລັງ​ຍິນ​ດີ​ໃຊ້​ທ່າ​ທີ​ຄ່ອງ​ແຄ້ວ,​ປະ​ກອບ​ສ່ວນ​ຫຼາຍ​ກວ່າ​ເກົ່າ​ເພື່ອ​ໃຫ້​ສຳ​ເລັດ​ການ​ເຈ​ລະ​ຈາ​ຕາມ​ເວລາ​ກຳ​ນົດ.