ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-21 17:23:20    
ອົງການ​ອະນາ​​ໄມ​ໂລກ​ເຕືອນ​ໃຫ້​ປະ​ເທດ​ຕ່າງໆ​​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ປ້ອງ​ກັນ​ແລະ​ປິ່ນ​ປົວ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ

cri Author: lm

ຕາມ​ຂ່າວ CRI: ວັນ​ທີ 20 ພະຈິກ​ນີ້, ອົງການ​ອະນາ​ໄມ​ໂລກ​ໄດ້​ຈັດ​ກອງ​ປະຊຸມ​ວຽກ​ງານ​ລະຫວ່າງ​ລັດຖະບານ ຢູ່​ທີ່​ສຳນັກງານ​ໃຫຍ່​ທີ່​ເຊີ​ແນວ, ​ເພື່ອປຶກສາ​ຫາລື​​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ປະ​ເທດ​ ​ໃນ​ການ​ຮ່ວມ​ກັນນຳ​ໃຊ້​ຕົວຢ່າງ​ໄວຣັດພະຍາດ​ໄຂ້ຫວັດ​ສັດ​ປີກ ​ແລະ ການ​ຄົ້ນຄວ້າ​ວັກ​ແຊງ.

​ໃນ​ກອງ​ປະຊຸມ ນາງ​ເສີນ​ເຝີ​ງຟູ້​ເຈີ່ນ ຜູ້ອຳນວຍການ​ໃຫຍ່​ອົງການ​ອະນາ​ໄມ​ໂລກ​ກ່າວ​ວ່າ, ມີ​ແຕ່​ປະ​ເທດ​ຕ່າງໆ​ໃນ​ໂລກ​ຮ່ວມ​ມືກັນຢ່າງ​ແໜ້ນ​ແຟ້ນ​ກວ່າ​ເກົ່າ ຈຶ່ງ​ຈະ​ສາມາດ​ປ້ອງ​ກັນ​ບໍ່​ໃຫ້​ພະຍາດ​ໄຂ້ຫວັດ​ສັດ​ປີກ​ລະບາດ​ຢ່າງ​ຂະໜາດ​ໃຫຍ່​ທີ່​ອາດ​ຈະ​ເກີດ​ຂຶ້ນ. ນາງ​ກ່າວ​ວ່າ, ຖ້າ​ບໍ່​ສາມາດ​ຄວບ​ຄຸມ​​ໄວຣັດພະຍາດ​ໄຂ້ຫວັດ​ສັດ​ປີກ, ມັນ​ສາມາດ​ລະບາດ​ໄປ​ຮອດ​ທຸກ​ແຫ່ງ​ຫົນ​ໃນ​ໂລກ​ໄດ້ ພາຍ​ໃນບໍ່​ເທົ່າ​ໃດ​ເດືອນ.

ອິນ​ໂດ​ເນ​ເຊຍ​ແມ່ນ​ປະ​ເທດ​ທີ່​ມີ​ຄົນ​ເສຍ​ຊີວິດ​ຫຼາຍ​ກວ່າ​ໝູ່ຈາກ​ການ​ຕິດ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​. ອົງການ​ອະນາ​ໄມ​ໂລກ​ຮຽກຮ້ອງ​ໃຫ້​ປະ​ເທດ​ຕ່າງໆ​ມອບ​ຕົວ​ຢ່າງ​ໄວ​ຣັດ​ໃໝ່​ຫຼ້າ​ສຸດ​, ​ເພື່ອ​ສະໜອງ​ໃຫ້​ອົງການ​ຄົ້ນຄວ້າ​ວິທະຍາສາດ​ຜະລິດ​ວັກ​ແຊງສະ​ເພາະ. ​ແຕ່​ອິນ​ໂດ​ເນ​ເຊຍ​ກ່າວ​​ໂດຍຕະຫຼອດ​ວ່າ ຕົນ​ເອງ​ມີ​ກຳມະສິດຕໍ່ "ຊັບພະຍາກອນ​ຊີວະ​ຊາດ" ຂອງ​ປະ​ເທດ​ຕົນ, ​ໃນ​ຂະນະ​ດຽວ​ກັນ ກໍຮຽກ​ຮ້ອງ​ໃຫ້​ສະໜອງ​ຕົວຢ່າງໄວຣັດຕິດ​ພັນ​ກັບ​ການ​ຊ່ວຍ​ເຫຼືອ​ອິນ​ໂດ​ເນ​ເຊຍ​ຍົກ​ລະດັບ​ການ​ຜະລິດ​ວັກ​ແຊງ. ກອງ​ປະຊຸມ​ເທື່ອ​ນີ້​ມີ​ຈຸດ​ປະ​ສົງ​ສະ​ແຫວ​ງຫາ​ວິທີ​ແກ້​ໄຂ​ທີ່​ໃຫ້​ຝ່າຍ​ຕ່າງໆ​​ໄດ້​ຜົນ​ປະ​ໂຫຍ​ດຮ່ວມ​ກັນ.