ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-21 18:16:53    
ກົມ​ອະວະກາດ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ ​ຈະ​​ເລີ່ມ​ນຳ​ໃຊ້​ເຄື່ອງ​ວັດ​ແທກ​​ໃນ​ດາວ​ທຽມ​ "ສາງ​ເອີ​ເລກ​ໜຶ່ງ" ​​ໃນ​ບໍ່​ເທົ່າ​ໃດ​ມື້​ຕໍ່​ໜ້າ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ຂ່າວ​ຫຼ້າ​ສຸດ​ຈາກ​ກົມ​ອະວະກາດ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ນັບ​ມາ​ຮອດ​ເວລາ 14 ​ໂມງ​ຂອງ​ວັນ​ທີ 21 ພະຈິກ​ນີ້, ດາວ​ທຽມ "ສາງ​ເອີ​ເລກ​ໜຶ່ງ" ຂອງ​ຈີນ​ໄດ້​​ໂຄ​ຈອນ​ອ້ອມ​ດວງ​ຈັນ 168 ຮອບ​ແລ້ວ. ຜົນການ​ທົດ​ລອງ​​ໃຊ້​ເຄື່ອງສຳ​ຫຼວດ​ວິທະ​ຍາສາດ​ໃນ​ດາວ​ທຽມ ​ ​ສະ​ແດງ​ໃຫ້​ເຫັນ​ວ່າ, ດາວ​ທຽມ​​ເຮັດ​ວຽກ​ເປັນ​ປົກກະຕິ, ຢູ່​ໃນ​ສະ​ພາບ​ທີ່​ດີ, ​ແລະ​ສົ່ງ​ຂໍ້​ມູນ​ກັບ​ຄືນ​ສູ່ໜ້າດິນ​ໄດ້​ຢ່າງ​ສະດວກ.

ວັນ​ທີ 21 ພະຈິກ​ນີ້ ຢູ່​ທີ່​ປັກ​ກິ່ງ, ​ເຈົ້າໜ້າ​ທີ່​ກົມ​ອະວະກາດ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ຈະ​ເລີ່​ມນຳ​ນຳ​ໃຊ້​ເຄື່ອງ​ສຳ​ຫຼວດ​ວິທະຍາ​ສາດສ່ວນ​ໜຶ່ງ​​ໃນ​ດາວ​ທຽມ​ ໃນ​ບໍ່​ເທົ່າ​ໃດ​ມື້​ຕໍ່​ໜ້າ​ນີ້, ​ຈະ​ທົດ​ລອງວັດ​ແທກ​ຄວາມ​ສາມາດຂອງເຄື່ອງ​ສຳ​ຫຼວດ​ເຫຼົ່າ​ນີ້.