ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-22 15:47:25    
ກົນ​ໄກ​ໃຫ້​ຜົນ​ປະ​ໂຫຍດ​ຊຸກ​ຍູ້​ແຜນ​ການ​ຄຸມ​ກຳ​ເນີ​ດຂອງ​ຈີນ​ເກີດ​ຂຶ້ນ​ໃນ​ ເບື້ອງ​ຕົ້ນ

cri
ຕາມ​ຂ່າວ​ໜັງສືພິມ​ເຢິນມິນ​ຢື້​ປ້າວ: ​ນັບ​ແຕ່​ໄດ້​ປະຕິບັດ​ແຜນການ​ຄຸມ​ກຳ​ເນີ​ດ​ໃນ 30 ກວ່າ​ປີມານີ້, ກົນ​ໄກ​ໃຫ້ຜົນ​ປະ​ໂຫຍ​ດຊຸກ​ຍູ້​ແຜນການ​ຄຸມ​ກຳ​ເນີ​ດຂອງ​ຈີນ​​ເກີດຂຶ້ນ​ໃນ​ເບື້ອງ​ຕົ້ນ, ປີ 2007, ປະຊາຊົນ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ນະ​ໂຍບາຍ​ໃຫ້​ເງິນ​ລາງວັນ​ແລະ​ອູ້ມຊູ​ຂອງ​ແຜນການ​ຄອບຄົວ​ມີ​ເຖິງ 2 ລ້ານ 3 ​ແສນ 3 ໝື່ນ​ຄົນ.

​ເນື້ອ​ໃນ​ຂອງກົນ​ໄກ​ໃຫ້ຜົນ​ປະ​ໂຫຍ​ດຊຸກ​ຍູ້​ແຜນການຄຸມ​ກຳ​ເນີ​ດ​ຂອງ​ຈີນລວມທັງ​ການໃຫ້​​ເງິນ​ລາງວັນ​ໃຫ້​ແກ່​ຄອບຄົວ​ທີ່​ເກີດ​ລູກ​ໜ້ອຍ, ​ຊ່ອຍ​ເຫຼືອຄອບຄົວ​ທຸກ​ຍາກ​​ໃນ​ດ້ານ​ການ​ເກີດ​ລູກ, ບໍລິການ​ໂດຍ​ບໍ່​ໄດ້​ເສຍ​ຄ່າ, ​ໃຫ້ບູລິ​ມະ​ສິດ​ດ້ານ​ນະ​ໂຍບາຍ, ຮັບ​ປະການ​ລ້ຽງ​ດູ​ເບິ່ງ​ແຍງ​ຜູ້​ເຖົ້າ. ​ເພື່ອ​ບູລະນະ​ກົນ​ໄກ​ດັ່ງກ່າວ, ນັບ​ແຕ່​ປີ 2004​ ​ເປັນ​ຕົ້ນ​ມາ, ການ​ເງິນ​ສູນ​ກາງ​ໄດ້​ໃຊ້​ງົບປະມານ 2 ຕື້ 200 ລ້ານ​ຢວນ, ​ກາ​ນ​ເງິນ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ໄດ້​ໃຊ້​ງົບປະມານເກືອບ 4 ຕື້ 500 ລ້ານ​ຢວນ. ກົນ​ໄກ​ດັ່ງກ່າວໄດ້​ກະຕຸກ​ຊຸກ​ຍູ້​ຄວາມ​ຫ້າວຫັນ​ຂອງ​ຊາວ​ກະສິກອນ​ເພື່ອ​ປະຕິບັດ​​ຕາມແຜນການນີ້​ດີກ​ວ່າ​ເກົ່າ, ​ໄດ້​ຊຸກ​ຍູ້​​ໃຫ້​ປະຊາກອນ​ກັບ​ເສດຖະກິດ​ສັງຄົມ​ພັດທະນາ​ຢ່າງ​ກົມກຽວ​ກັນ​.