ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-22 16:55:15    
ການ​ຢ້ຽມ​ຢາມ​ສິງ​ກະ​ໂປ​ຂອງ​ນາ​ຍົກ​ຈີນ​ລົງເລິກ ການ​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະ​ຫວ່າງ​ຈີນ​ກັບ​ອາຊຽນ

cri Author: ni
ຕາມຂ່າວCRI : ​ນັບແຕ່​ວັນ​ທີ 18 ຫາ​ວັນ​ທີ 21 ພະຈິກ​ນີ້,ທ່ານ​ເວີ່ນ​ເຈ່ຍ​ປາວ ນາຍົກ​ລັດຖະ​ມົນຕີ​ຈີນ​ໄດ້​ຢ້ຽມຢາມ​ສິງກະ​ໂປ​ຢ່າງ​ເປັນ​ທາງ​ການ ​,​ແລະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນກັບ​ຈີນ ຍີ່​ປຸ່ນ​ແລະ​ສ.​​ເກົາ​ຫຼິຄັ້ງ​ທີ 11 ຫຼື​ອາຊຽນ​ບວກ​ສາມ, ​ກອງ​ປະຊຸມ​ສຸດ​ຍອດ​ຈີນ​ອາ​ຊຽນຄັ້ງ​ທີ 11 ​,​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ຈີນ ຍີ່​ປຸ່ນ​ແລະ​ສ.​ເກົາຫຼີ​. ທ່ານ​ຢາງ​ເຈສື ລັດຖະ​ມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ທີ່​ເດີນທາງ​ຮ່ວມ​ກັບ​ທ່ານ​ເວີ່ນ​ເຈ່ຍ​ປາວ​ໄດ້​ກ່າວ​ໃນ​ຍົນ​ພິ​ເສດ​ວ່າ,​ໃນການ​ພົບ​ປະ​ສອງ​ຝ່າຍ​ແລະ​ຫຼາຍ​ຝ່າຍ​ນັ້ນ,​ທ່ານ​ເວີ່ນ​ເຈ່ຍ​ປາວ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ກວ້າງ​ຂວາງ​ກັບ​ຜູ່​ນຳ​ຂອງ​ປະ​ເທດອາ​ຊຽນກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ແລະ​ສອງ​ຝ່າຍ,​ໄດ້​ເພີ່ມ​ຄວາມ​ໄວ້​ເນື້ອ​​ເຊື່ອ​ໃຈ​ກັນ​ເຮັດ​ໃຫ້​ມິດຕະ​ພາບ​ກ້າວ​ສູ່​ລວງ​ເລິກ​ແລະ​ຊຸກຍູ້​ການ​ຮ່ວມ​ມື.

ປີ​ນີ້​ແມ່ນ​ອາ​ຊຽນສ້າງ​ຕັ້ງ​ຂຶ້ນ​ຄົບຮອບ 40 ປີ,​ໃນ​ກອງ​ປະຊຸມ​ຕ່າງໆ,​ທ່ານ​ເວີ່ນ​ເຈ່ຍ​ປາ​ວ​ໄດ້​ສະ​ແດງ​ຄວາມ​ປາຖະໜາ​ຂອງ​ຈີນ​ໃນ​ການ​ສະຫນັບ​ສະຫນູນ​​ໃຫ້ອາ​ຊຽນ​ເຊື່ອມ​ໂຍງ​ເຂົ້າກັນ​ແລະ​ພະຍາຍາມ​ສຸດ​ຂີດ​ສົ່ງ​ເສີມການ​ຮ່ວມ​ມື​ອາ​ຊີ​ຕາ​ເວັນ​ອອກ​​ໃຫ້​ຂະຫຍາຍ​ຕົວ​ຫຼາຍຂຶ້ນ,​ທ່ານ​ຍັງ​​ໄດ້ສະ​ເຫ​ນີຂໍ້​ສະ​ເໜີ​ຫຼາຍ​ຂໍ້​ລະອຽດ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ຕະຫຼອດ​ຮອດ​ອາຊີ​ຕາ​ເວັນ​ອອກ,​ກ່ຽວ​ພັນ​ເຖິງຫຼາຍ​ຂົງ​ເຂດ​ເຊັ່ນ: ການ​ເມືອງ ຄວາມ​ຫມັ້ນຄົງ ​ເສດຖະກິດ​ການ​ຄ້າ ສິ່ງ​ແວດ​ລ້ອມ ການ​ພັດທະນາ​ແບບ​ຍືນ​ຍົງ​ແລະ​ວັດທະ​ນະທຳ​ເປັນ​ຕົ້ນ​.

ໃນ​ກົນ​ໄກອາ​ຊຽນບວກ​ຫນຶ່ງ,​ທ່ານ​ເວີ່ນ​​ເຈ່ຍ​ປາວ​ສະ​ເຫນີວ່າ,​ຕ້ອງ​ເລັ່ງລັດ​ຊຸກຍູ້​ການ​ເຈລະຈາ​ສັນຍາ​ການ​ລົງທຶນ​ຈີນ​ອາ​ຊຽນ,​ຊຸກຍູ້​ໃຫ້​ສອງ​ຝ່າຍ​​ເຊື່ອມ​ຕໍ່​ກັນ​ໃນ​ດ້ານ​​ທາງ​ຫຼວງ​ ທາງ​ລົດ​ໄຟ ການບິນ​ແລະ​ຂໍ້​ມູນ​ຂ່າວ​ສານ​.​ສອງ​ຝ່າຍ​ຍັງ​ໄດ້​​ເຊັນບົດ​ບັນທຶກ​ຄວາມ​ເຂົ້າ​ໃຈກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາທາ​ລະນະ​ສຸກ​ແລະ​ພັນ​ພືດ.

ກ່ຽວ​ກັບ​ການ​ຮ່ວມມື​ອາ​ຊຽນ​ບວກສາມ,​ທ່ານ​ເວີ່ນ​ເຈ່ຍ​ປາວ​ໄດ້​ສະ​ເຫ​ນີ​ໃຫ້ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ເງິນ​ແລະ​ທະນາຄານ​ແລະ​ຈັດກອງ​ປະຊຸມ​​ເວທີ​ປາ​ໄສ​ຮ່ວມ​ມື​ຄວາມ​ປອດ​ໄພ​ທີ່​ບໍ່​ແມ່ນ​ແບບ​ດັ້ງ​ເດີມ​ຂອງ​ກອງ​ທັບ,​ໃນ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ,​ທ່ານ​ຍັງ​​ໄດ້ລິ​ເລີ່ມ​ໃຫ້​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​​ໃນ​ຂົງ​ເຂດ​ພະລັງ​ງານ ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ແລະ​ການ​ປ່ຽນ​​ແປງ​ທາງດິນ​ຟ້າ​ອາກາດ​ເປັນ​ຕົ້ນ,​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ຈີນ ຍີ່​ປຸ່ນ​ແລະ​ສ.​ເກົາຫຼີ, ​ທ່ານ​ເວີ່ນ​ເຈ່ຍ​ປາວ​ກ່າວ​ວ່າ,​ຝ່າຍ​ຈີນ​ຫວັງ​ຢາກ​ຮັກສາ​ການ​ໄປ​ມາ​ຫາສູ່​ກັນ​​​ໃນ​ລະດັບ​ຕ່າງໆ,​​ເຮັດ​ໃຫ້​ຂອບ​ເຂດການ​ຮ່ວມ​ມື​ກວ້າງອອກ​ໄປ​ຮອດຂົງ​ເຂດ​ເສດຖະກິດ​ການ​ຄ້າ ວິທະ​ຍາສາດ​ເຕັກນິກ ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ແລະ​ຈໍ​ລະ​ຈອນ​ສິນຄ້າ​ເປັນ​ຕົ້ນ.

ທ່ານ​ຢາງ​ເຈ​ສື​​ໄດ້​ຕີ​ລາຄາ​ວ່າ,​ຈຸດ​ຢືນ​ແລະ​ຂໍ້​ລິ​ເລີ່​ມທີ່​ນຳ​ສະ​ເຫນີ​ໂດຍ​ທ່ານ​ເວີ່ນ​ເຈ່ຍ​ປາວ​ທັງ​ມີ​ຫຼັກການ ​ແລະ​ມີ​ມາດ​ຕະການ​ຕົວ​ຈິງ,​ທັງ​ເລັງ​ໃສ່​ໄລຍະ​ຍາວ​ໄກ ທັງ​ຖືກຕ້ອງ​ຕາມ​ສະພາບ​ຕົວ​ຈິງ,ຝ່າຍ​ຕ່າງໆ​ໄດ້​ຍ້ອງຍໍ​ສັນລະ​ເສີນ​ຈີນທີ່​ຍຶດຫມັ້ນ​ກ້າວ​​ໄປ​ຫນ້າ​ຕາມ​ເສັ້ນທາງ​ພັດທະນາ​ສັນຕິພາບ,​ສ້າງ​ມິດຕະພາບ​ກັບປະ​ເທດ​ໃກ້​ຄຽງ,​ເປັນ​ເອກະສັນ​ກັນ​ສະ​ແດງ​ວ່າການ​ພັດທະ​ນາ​ຂອງ​ຈີນ​ແມ່ນ​ໂອ ກາດ​ອັນ​ໃຫຍ່​ຫຼວງ​ສຳລັບ​ອາ​ຊີຕາ​ເວັນ​ອອກ,​ປະ​ເທດ​ຕ່າງໆ​ຫວັງຢາກ​ພ້ອມ​ກັນ​ຊຸກ ຍູ້​ສັນຕິພາບ​ແລະ​ສະ​ແຫວ​ງຫາ​ການ​ພັດທະນາ​ກັບ​ຈີນ,​ຮ່ວມກັນຮັບ​ມື​ກັບສິ່ງ​ທ້າ​ທາຍ ​ແລະ​ຈະ​ເລີນຮຸ່ງ​ເຮືອງ​ໄປ​ພ້ອມ​ກັນ.

ໃນ​ໄລຍະ​ກອງ​ປະຊຸມ,​ທ່ານ​ເວີ່ນ​ເຈ່ຍ​ປາວ​ຍັງ​ໄດ້​ພົບ​ປະ​ກັບ​ຜູ້ນຳ​ຫຼາຍ​ປະ​ເທດຫຼາຍ​ເທື່ອ,​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ຮັບ​ຮູ້​​​ເປັນ​ເອກະສັນ​ກັນກັບ​ຜູ່​ນຳຂອງ​ປະ​ເທດ​ທີ່​ກ່ຽວຂ້ອງ.​ຫຼັງຈາກ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 17 ຂອງ​ພັກ​ກອມ​ມູນິດ​ຈີນ,​ປະຊາ​ຄົມ​ໂລກ​​ໄດ້​ສົນ​ໃຈ​​ນຳ​ຈີນວ່າ​ຈະ​ພັດທະນາ​ຕາມ​ເສັ້ນ​ທາງ​ໃດ ຈະ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ສາກົນ​ໃນ​ລະດັບ​ສູງ​ກວ່າ​ເກົ່າ​ແລະ​ເປີດ​ກວ້າງ​ກວ່າ​ເກົ່າ​ແນວ​ໃດ. ​ໃນ​ການ​ຢ້ຽມຢາມ​​ທີ່​ຖືກ​ຝ່າຍ​ທາງ​ການ​ເອີ້ນ​ເປັນ​ການ​ເຄື່ອນ​ໄຫວການ​ຕ່າງປະ​ເທດ​ສຳຄັນ​ກັບ​ປະ​ເທດ​ອ້ອມ​ຂ້າງຫຼັງ​ຈາກ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 17 ຂອງ​ພັກ​ກອມ​ມູນິດ​ຈີນ,​ ​ນາຍົກ​ລັດຖະ​ມົນຕີ​ຈີນ​ໄດ້​ກ່າວ​ຢ້ຳ​ຕັ້ງ​ຫຼາຍ​ເທື່ອວ່າ,​ຈີນ​ຈະ​ກ້າວ​ໄປ​ຫນ້າ​ຕາມ​ເສັ້ນທາງ​ພັດທະນາ​ສັນ​ຕິ​ພາບ​​ຕະຫຼອດ​ໄປ​,ປະຕິບັດ​ຍຸດ​ທະ​ສາດ​ໄຂ​ປະຕູ​ສູ່​ພາຍ​ນອກ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ແລະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ນຳ​ກັນ​ຢ່າງ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ.​ທ່ານ​ຢາງ​ເຈ​ສື​ກ່າວ​ວ່າ,​ສື່​ມວນ​ຊົນ​​ປະ​ເທດຕ່າງໆ​ໄດ້​ຕີ​ລາຄາ​ຢ່າງ​ຕັ້ງຫນ້າ​ຕໍ່​ການສະ​ແດງ​ທ່າ​ທີ​ຂອງ​ນາຍົກ​ລັດຖະ​ມົນຕີ​ຈີນ,​ນີ້​ມີ​ຜົນ​ປະ​ໂຫຍດ​ຕໍ່​ປະຊາ​ຄົມ​ໂລກ​ເພີ່ມ​ຄວາມ​​ເຂົ້າ​ໃຈ​ແລະ​ຄວາມ​ຫມັ້ນ​ໃຈ​ຕໍ່​ຈີນ​ທີ່​ຍຶດຫມັ້ນ​ການ​​ໄຂ​ປະຕູ​ສູ່​ພາຍ​ນອກ.