ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-22 17:04:58    
ຈີນ​ຕັ້ງ​ໜ້າ​ຊຸກ​ຍູ້​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ປຸງ​ແຕ່ງ​ຂອງ​ເຂດ​ພາກ​ກາງ​ພາກ​ຕາ​ເວັນ​ຕົກ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ22​ພະຈິກ​ນີ້,ກະຊວງ​ການ​ຄ້າ​ຈີນ​ປະກາດ​ຂ່າວ​ວ່າ,ຫວ່າງ​ມໍ່ໆ​ນີ້,​ກະ​ຊວງ​ການ​ຄ້າ​ຈີນ​ກັບ​ທະນາຄານ​ພັດທະນາ​ແຫ່ງ​ຊາດ​​ໄດ້​ວາງ​ແຜນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ປຸງ​ແຕ່ງຂອງ​ເຂດ​ພາກ​ກາງ​ພາກ​ຕາ​ເວັນ​ຕົກ.

ຂ່າວ​​ແຈ້ງວ່າ,ມູນ​ຄ່າ​ຂາ​ອອກການ​ຄ້າ​ປຸງ​ແຕ່ງ​ຂອງ21​ແຂວງ ​ກຳ​ແພງ​ນະຄອນ​ແລະ​ເຂດ​ປົກ​ຄອງ​ຕົນ​ເອງ​ທີ່​ພາກ​ກາງ​ພາກ​ຕາ​ເວັນ​ຕົກ​ຈີນພຽງ​ແຕ່​ກວມ​2,8%​ຂອງ​ທົ່ວ​ປະ​ເທດ.​ຍ້ອນ​ເຫດ​ນີ້,​ລັດ​ຖະ​ບານ​ຈີນ​ສະ​ເໜີ​​ແຜນອອກ​ມາ​ວ່າ,ຊີ້​ນຳ​ແລະ​ຊຸກ​ຍູ້​ອຸດ​ສາ​ຫະ​ກຳ​ການ​ຄ້າ​ປຸງ​ແຕ່ງ​ຂອງ​ພາກ​ຕາ​ເວັນ​ອອກ​ຍ້າຍ​ໄປ​ສູ່​​ເຂດ​ພາກ​ກາງ​ພາກ​ຕາ​ເວັນ​ຕົກ,​ນຳ​ພາ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ເຂດ​ພາກ​ກາງ​ພາກ​ຕາ​ເວັນ​ຕົກ.

ອີງ​ຕາມ​ເອກະສານ​ສະບັບ​ນີ້,ຈີນ​ຈະ​ສ້າງເຂດ​ອຸດສາຫະກຳ​ການ​ຄ້າ​ປຸງ​ແຕ່ງຢູ່​ເຂດ​ພາກ​ກາງ​ພາກ​ຕາ​ເວັນ​ຕົກ​ເພື່ອ​ຮັບ​ເອົາ​ຖານ​ຜະ​ລິດ​ທີ່​ຍ້າຍ​ມາ​ຈາກ​ພາກ​ຕາ​ເວັນ​ອອກ,ດຽວ​ນີ້​ໄດ້​ຕົກ​ລົງ​9​ບ່ອນ​ແລ້ວ.​ລັດ​ຖະ​ບານ​ຈະ​ສະ​ໜອງ​ການ​ສະ​ໜັບ​ສະ​ໜູນ​ດ້ານ​ການ​ເງິນ​ໃຫ້​ແກ່​ໂຄງ​ການ​ການ​ຄ້າ​ປຸງ​ແຕ່ງ​ເຂດ​ດັ່ງກ່າວ.