ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-22 18:23:27    
ຈີນ​ຈະ​ສະໜັບສະໜູນ​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ແລະ​​ການ​ບໍ​ລິ​ການ​ດ້ານ​ວັດ​ທະ​ນະ​ທຳ​ຕື່ມ​ອີກ

cri Author: lm

ຕາມ​ຂ່າວ CRI: ວັນ​ທີ 22 ພະຈິກ​ນີ້ ຢູ່​ທີ່​ປັກ​ກິ່ງ, ທ່ານ​ຕິ່ງ​ເວີຍ ຜູ່​ຊ່ວຍ​ລັດຖະ​ມົນ​ຕີ​ວ່າ​ການ​ກະຊວງ​ວັດທະນະທຳ​ຈີນ​ກ່າວ​ວ່າ, ​ໃນຕໍ່​​ໜ້າ, ຈີນ​ຈະ​ສົ່ງເສີມ​ຄວາມ​ຫ້າວ​ຫັນ​ຂອງ​ວິ​ສາ​ຫະກິດ​ຕື່ມ​ອີກ, ສະ​ແດງຜະລິດ​ຕະພັນແລ​ະ​​ການ​ບໍລິການດ້ານ​ວັດ​ທະ​ນະ​ທຳ​ຂອງ​ຈີນ​ຕື່ມ​ອີກ​ໃນ​ຕະຫຼາດ​ສາກົນ, ​ເພື່ອ​ເພີ່ມຜົນ​ສະທ້ອນ​ຂອງ​ວັດ​ທະ​ນະ​ທຳ​ຈີນ.

ມື້​ດຽວ​ກັນ, ກະຊວງ​ວັດທະນະທຳ​ຈີນ​ໄດ້​ຈັດ​ກອງ​ປະຊຸມ, ​ໃຫ້​ລາງວັນ​ເປັນ​ຄັ້ງ​ທຳ​ອິດ​​ແກ່​ວິ​ສາ​ຫະກິດ​ທີ່​ດີ​ເລີດທີ່ສົ່ງ​ອອກ​ຜະລິດ​ຕະພັນ​ດ້ານວັດທະນະທຳ​ 9 ​ແຫ່ງ ​ແລະ 18 ​ໂຄງການບໍລິການ, ຈຳນວນ​ເງິນ​ລາງວັນ​ມີ​ເຖິງ 2 ລ້ານ 3 ​ແສນ 5 ໝື່ນ​ຢວນ, ​ໄດ້​ກ່ຽວ​ພັນ​ເຖິງ​ສິ​ລະ​ປະ​ຫຼາຍ​ປະ​ເພດ​ ເຊັ່ນ ​ການ​ຮ້ອງ​ເພງ​ແລະ​ຟ້ອນ ກັ່ງ​ຟູ່ ກາຍຍະກຳ ໜັງ​ປະລັດ​ຕື້ ​ແລະ​ງິ້ວ​ເປັນ​ຕົ້ນ.

​ໃນ​ກອງ​ປະຊຸມ, ທ່ານ​ຕິ່ງ​ເວີຍ​ກ່າວ​ວ່າ, ການ​ສົ່ງ​ອອກ​ຜະລິດ​ຕະພັນແລະ​​ການ​ບໍ​ລິ​ການ​ດ້ານ​ວັດທະນະທຳ​ ບໍ່​ພຽງ​ແຕ່​ຈະ​ສາມາດ​ຊຸກ​ຍູ້​ການ​ແລກປ່ຽນ​ດ້ານ​ວັດທະນະ​ທຳ​ກັບ​ຕ່າງ​ປະ​ເທດ​ ​ແລະ​ເພີ່ມ​ທະວີ​ຜົນ​ສະທ້ອນ​ຂອງ​ວັດທະນະທຳ​ຈີນ​ເທົ່າ​ນັ້ນ, ຫາກ​ຍັງ​ຈະ​ສາ​ມາດ​​ເພີ່ມ​ການ​ຄ້າ​ກັບ​ຕ່າງປະ​ເທດ, ຊຸກ​ຍູ້​ໃຫ້​ເສດຖະກິດ​ແຫ່ງ​ຊາດ​ພັດ​ທະ​ນາ.