ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-23 15:21:41    
ແຂວງ​ຊ່ານ​ຊີ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ດ້ານ​ອຸດ​ສາ​ຫະ​ກຳ​ຖ່ານ​ຫີນ​​ຢ່າງ​ໄດ້​ຮັບ​ຜົນ​ດີ

cri Author: mo
ຕາມ​ຂ່າວCRI:​ໃນ​ຫຼາຍປີ​ມາ​ນີ້, ​ແຂວງ​ຊ່ານ​ຊີ ​ແຂວງ​ທີ່​ມີ​ພະລັງງານຫຼາຍຂອງ​ຈີນ​ໄດ້​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ແບບ​ຍຶນຍົງ​ດ້ານ​ອຸດສາຫະກຳ​ຖ່ານ​ຫີນ, ​​ແລະ​ໄດ້ອັດບໍ່​ຖ່ານ​ຫີນ​ນ້ອຍໆ​ແລະວິ​ສາ​ຫະກິດກ່ຽວຂ້ອງ​ຫຼາຍ​ແຫ່ງທີ່​ສິ້ນ​ເປື້ອງ​ພະລັງງານຫຼາຍ​ແລະ​ເຊື່ອມພິດຫຼາຍ, ສະນັ້ນ, ອຸດສາຫະກຳ​ພະລັງງານ​ຈຶ່ງໄດ້​ປະກົດ​ມີ​ທ່ວງທ່າ​ພັດທະນາ​ທີ່​ດີ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ.

ແຂວງ​ຊ່າ​ນຊີ​ແມ່ນ​ແຂວງ​ທີ່​ມີ​ຖ່ານ​ຫີນຫຼາຍຂອງ​ຈີນ, ປະລິມານການ​ສະ​ສົມ​ຖ່ານ​ຫີນ​ທີ່ສຳຫຼວດພົບແລ້ວ​ມີຫຼາຍກວ່າ 260 ຕື້​ໂຕນ, ກວມ 1/3 ຂອງ​ຈີນ. ​​ເປັນເວລາ​ດົນ​ມານີ້, ຢູ່​ແຂວງ​ຊ່ານ​ຊີ​ມີ​ບໍ່​ຖ່ານ​ຫີນ​ໃຫຍ່​ຂອງ​ລັດ​ແລະ​ກໍ່​ມີ​ບໍ່​ຖ່ານ​ຫີນຂະໜາດ​ກາງ​ແລະ​ນ້ອຍ​ປະມານ​ຮ້ອຍ​ແຫ່ງ, ​ໃນບໍ່​ຖ່ານ​ຫີນ​ກາງ​ແລະ​ນ້ອຍ​ ​ສ່ວນຫຼາຍ​ໃຊ້​ເຄື່ອງມື​ຜະລິດຫຼ້າຫຼັງ, ​ເພື່ອ​ຍາດ​ຊີງ​ເອົາ​ຊັບພະຍາກອນ​ ​ຈຶ່ງຂຸດ​ຄົ້ນຫຼາຍ​ເກີນ​ໄປ​ຈົນ​ບໍ່​ເປັນ​ລະບຽບ, ​ແລ້ວ​ເຮັດ​ໃຫ້​ອຸບັດ​ຕິ​ເຫດ​ບໍ່​ຖ່ານ​ຫີນ​ເກີດ​ຂຶ້ນ​ເລື້ອຍໆ. ​ໃນຕົ້ນສະຕະວັດ​ນີ້, ​ແຂວງ​ຊ່ານ​ຊີ​ໄດ້​ສະ​ເໜີ​ແນວຄວາມ​ຄິດ​ວ່າ"ອັດ​ບໍ່​ຖ່ານຫີນ​ນ້ອຍ, ປັບປຸງ​ບໍ່​ຖ່ານ​ຫີນ​ກາງ, ພັດທະນາ​ບໍ່​ຖ່ານ​ຫີນ​ໃຫຍ່", ສົ່ງ​ເສີມ​ວິ​ສາ​ຫະກິດ​ບໍ່​ຖ່ານ​ຫີນ​ໃຫຍ່​ຈັດ​ຊື້​ແລະ​​ເຕົ້າໂຮມ​​ບໍ່​ຖ່ານ​ຫີນ​ນ້ອຍ, ​​ແລະ​ໃນ​ປີ 2001, ສ້າງ​ເປັນກຸ່ມ​ຖ່ານ​ຫີນ​ຊ່ານ​ຊີ ​ເຊິ່ງ​ເປັນ​ວິ​ສາ​ຫະກິດຖ່ານ​ຫີນ​​ໃຫຍ່​ກວ່າ​ໝູ່​ຂອງ​ຈີນ​ປັດຈຸບັນ​.

ທ່ານ​ຕູ້​ຝູຊິນ ປະທານກຸ່ມ​ຖ່ານຫີນ​ຊ່ານ​ຊີບ​ອກນັກ​ຂ່າວ​ວ່າ, ພຽງ​ແຕ່ 3-5 ປີ​ເທົ່າ​ນັ້ນ, ກໍ່​ໄດ້​ຍົກ​ລະດັບ​​ເຄື່ອງ​ມື ​ເຕັກ​ໂນ​​ໂລ​ຊີ ​ແລະ​ການ​ຄຸ້ມ​ຄອງ​ໃຫ້​ສູງ​ຂຶ້ນ​​ຫຼາຍ​​ແລ້ວ. ຕົວຢ່າງ​ຄື​ລະ​ບົບຕິດຕາມ​ຄວບ​ຄຸມ​​​ແກັສ​ຂອງ​ພວກ​ເຮົາ, ລວມທັງ​ພື້ນຖານ​ໂຄງ​ລ່າງ​ຄວາມ​ປອດ​ໄພ​ຂອງ​ພວກ​ເຮົາ ກໍ​ໄດ້​ຍົກ​ສູງ​ຂຶ້ນ​ຮອດ​ລະດັບ​ສູງ​ໂດຍ​ໄວ​ຫຼັງການ​ສ້າງ​ເປັນກຸ່ມ.

ພ້ອມ​ກັນນັ້ນ, ​ໃນຫຼາຍປີ​ມາ​ນີ້, ​ແຂວງ​ຊ່ານ​ຊີ​ຍັງ​ຕັ້ງໜ້າ​​ຄົ້ນຄວ້າ​ຫາຊ່ອງ​ທາງ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ການ​ຂຸດ​ຄົ້ນຖ່ານ​ຫີນ. ຕົວຢ່າງ​ຄື, ຜະລິດ​ຕະພັນ​ສຳຮອງ​ເຊັ່ນ​​ເມື່ອ​ຖ່ານ​ຫີນ​ຜ່ານ​ການຜະລິດແລ້ວ ​ໄດ້​ເກີດ​ມີຂີ້​ຖ່ານຫີນຢ່າງຫຼວງຫຼາຍ, ​ແຕ່​ກ່ອນ​ມັກ​​ກອງ​ຢູ່​ໃກ້​ບໍ່​ຖ່ານ​ຫີນ, ບໍ່​ພຽງ​ແຕ່ຍຶດ​ເນື້ອທີ່​ດິນ​ເທົ່າ​ນັ້ນ, ​ແຕ່ຍັງ​​ສ້າງ​ສິ່ງເຊື່ອມ​ພິດຫຼາຍຕໍ່ສິ່ງ​ແວດ​ລ້ອມ. ຕົວຢ່າງ​ຄື​ໃນ​ເມືອງ​ກູ​ຈ່ຽວ​ແຂວງ​ຊ່ານ​ຊີ, ​ແຕ່ລະ​ປີ​ໄດ້​ມີ​ຂີ້​ຖ່ານ​ຫີນຫຼາຍກວ່າ 10 ລ້ານ​ໂຕນ. ປີ 1999, ບໍ່​ຖ່ານ​ຫີນຫຼາຍ​ແຫ່ງ​ໃນ​ເມືອງ​ກູ​ຈ່ຽວ​ໄດ້​​ໂຮມ​ເຂົ້າ​ເປັນ​ກຸ່ມ​ຖ່ານ​ຫີນ​ໄຟຟ້າ​ຊີ​ຊ່ານ--​ເຊິ່ງ​ເປັນ​ວິ​ສາ​ຫະກິດຖ່ານ​ຫີນ​ຂະໜາດ​ໃຫຍ່, ​ແລ້ວ​​ໄດ້​ນຳໃຊ້​ແກັສ​ແລະ​ນ້ຳ​ໃນ​ບໍ່​ຖ່ານ​ຫີນຄືນ​ໃໝ່. ​ໃນ​ນັ້ນ, ​ແກັສທີ່​ມັກ​ຖືກ​ປ່ອຍ​ໄປ​ສູ່​ອາກາດ​ແລ້ວ​ເຊື່ອມ​ພິດ​ອາກາດ​ນັ້ນຖືກ​ນຳ​​ໃຊ້​ເຂົ້າ​ມາ​ເປັນ​ອາຍ​ແກັສ​ໃຊ້​​ໃນ​ຊີວິດ​ປະຈຳ​ວັນຂອງ​ກຳມະກອນ. ນ້ຳ​ໃນ​ບໍ່​ທີ່​​ໄຫຼອອກ​ໄປລ້າໆ​ໃນ​ແຕ່​ກ່ອນກໍ່​ໄດ້​ຮັບ​ການ​ບຳບັດ 100% ​ໃນ​ປັດຈຸບັນ. ຂີ້ຖ່ານ​ຫີນ​ທີ່​ແຕ່​ກ່ອນມັກປະຖິ້ມ ດຽວ​ນີ້​​ໄດ້​ເອົາ​ມາ​ນຳ​ໃຊ້ຜະລິດ​ໄຟຟ້າ.

ທ່ານ​ຈ່າງ​ປາວ​ຊຸ້ນ ​ເລຂາ​ຄະນະ​ພັກ​ແຂວງ​ຊ່ານ​ຊີ​ກ່າວ​ວ່າ, ​ແຂວງ​ຊ່ານ​ຊີ​ພວມ​ຜ່ານ​ການ​ຜັນ​ຂະຫຍາຍ​ພັດ​ທະນະ​ທັດ​ວິທະຍາສາດ, ​ເຮັດ​ໃຫ້​ປະຊາຊົນ​ແຂວງ​ຊ່ານ​ຊີ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ຢ່າງແທ້​ຈິງ. ທ່ານ​ກ່າວ​ວ່າ,"ຕ້ອງ​ໄດ້​ຄົ້ນຄວ້າ​ວ່າ​ເຮັດ​ແນວ​ໃດ​ຈຶ່ງ​ສາມາດ​ພັດທະນາ​ແບບ​ຍືນ​ຍົງ​ໄດ້, ​ໃນ​ການ​ພັດທະນາ​ໃໝ່ ຄວນພະຍາຍາມຫຼຸດຜ່ອນການ​ທຳລາຍ​ສິ່ງ​​ແວດ​ລ້ອມ, ​ໃຫ້​ຊັບພະຍາກອນ​ສາມາດ​ປະກອບສ່ວນຫຼາຍກວ່າ​ເກົ່າ​ແລະ​ດົນ​ນານ​ກວ່າ​ເກົ່າ​ໃຫ້​ແກ່​ປະ​ເທດ​ຊາດ, ​ແລະ​ສະ​ແຫວ​ງຫາ​ຄວາມສຸກ​ແລະ​ຜົນ​ປະ​ໂຫຍ​ດ​ເປັນ​ໄລຍະ​ຍາວ​ໄກ​ໃຫ້​ປະຊາຊົນ​ແຂວງ​ຊ່ານ​ຊີ.