ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-23 17:25:15    
ການກໍ່ສ້າງ​ "ທ່າການ​ຄ້າ​ຈີນ-ອາ​ຊຽນ" ຢູ່​ນະ​ຄອນ​ຄຸນ​ມິງ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: "ທ່າການ​ຄ້າ​ຈີນ-ອາ​ຊຽນ​ເຊິ່ງມີ​ແຜນຈະລົງທຶນ​ຫຼາຍ​ກວ່າ 8 ຕື້ 600 ລ້ານ​ຢວນ" ​ໄດ້​ເລີ່​ມລົງມື​ກໍ່ສ້າງ​ຢູ່​ເມືອງ​ເສິງກົ້ງ​ໃໝ່​ນະຄອນ​ຄຸນ​ມິ​ງ​ແຂວງ​ຢຸນ​ນານ​ຂອງ​ຈີນ ​ໃນ​ວັນ​ທີ 23 ພະຈິກ​ນີ້.

ຕາມ​ສະ​ເໜີ​ວ່າ, "ທ່າ​ການ​ຄ້າ​ຈີນ-ອາ​ຊຽນ" ຈະ​ຖື​ການວາງສະ​ແດງ ການ​ຄ້າ ​ແລະ​ການ​ຈໍ​ລະ​ຈອນ​ສິນຄ້າ​ສາກົນ​ເປັນວຽກ​ງານ​ຕົ້ນຕໍ, ​ເປົ້າໝາຍ​​ແມ່ນ​ສ້າງ​ເປັນ​ຖານການ​ຄ້າ​ແລະ​ການ​ຈໍ​ລະ​ຈອນ​ສິນຄ້າ​​ ​ເຊິ່ງລວມມີເຄື່ອງ​ໃຊ້​ປະຈຳ​ວັນ ຜະລິດ​ຕະພັນ​ອຸດສາຫະ​ກຳ ​ແລະ​ກະ​ສິ​ກຳ​ທີ່​ສຳຄັນ ຂອງ​ແຂວງ​ຢຸນນານ​ຈົນ​ກວ່າ​ທົ່ວ​ປະ​ເທດ ທີ່​ສົ່ງ​ອອກໄປ​ສູ່​ຕະ​ຫຼາດ​ອາ​ຊຽນ.

ຕາມ​ແຜນການ​ທີ່​ໄດ້​ວາງ​ໄວ້, ທ່າ​ການ​ຄ້າ​ຈີນ-ອາ​ຊຽນ ມີ​ເນື້ອ​ທີ່​ກວ້າງ​ປະມານ 3 ລ້ານ 4 ​ແສນ 3 ໝື່ນຕາ​ແມັດ, ປະກອບ​ດ້ວຍ 4 ​ເຂດ ​ຄື ​ເຂດ​ວາງສະ​ແດງ​ສາກົນ ​ເຂດ​ສາງ​ແລະ​ຈໍ​ລະ​ຈອນ​ສິນຄ້າ ​ເຂດສູນ​ທຸລະ​ກິດ ​ແລະ ​ເຂດ​ບໍລິການ​ຊີວິດ​ການ​ເປັນ​ຢູ່, ພາຍຫຼັງ​ສ້າງ​ສຳ​ເລັດ​ແລ້ວ, ຈະ​ຈັດ​​ໃຫ້ມີ​ການວາງສະ​ແດງ​ສິນຄ້າ​​ຕະຫຼອດ​ປີ ວາງສະ​ແດງ​ໃນ​​ໄລຍະ​ສັ້ນ ການ​ຄົ້ນ​ຄວ້າ​ຜະ​ລິດ​ຜະລິດ​ຕະພັນ ການ​ຄ້າ​ກັບ​ພາຍ​ນອກ ສາງ​ໄວ້​ສິນຄ້າ​ແລະ​ຈໍລະ​ຈອນ​ສິນ​ຄ້າ ​ແລະ ຂົນ​ສົ່ງ​ສິນ​ຄ້າ​ລະຫວ່າງ​ຊາດ.