ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-23 17:28:03    
ຈີນ​ຈະ​ສະໜັບສະໜູນ​ເຂດ​ຊົນ​ນະ​ບົດ​ພັດ​ທະ​ນາ​ພະ​ລັງ​ງານ​ໃໝ່

cri Author: lm

ຕາມ​ຂ່າວ CRI: ວັນ​ທີ 23 ພະຈິກ​ນີ້ ຢູ່​ທີ່​ປັກ​ກິ່ງ, ທ່ານ​ອູ​ກຸ້ຍ​ຮຸ່ຍ ຮອງ​ຫົວ​ໜ້າ​ກົມ​ພະ​ລັງ​ງານ​ ຄະນະກຳມະການ​ການ​ພັດທະນາ​ແລະ​ການ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ, ຈີນ​ຈະ​ສະ​ໜັບ​ສະໜູນ​ເຂດ​ຊົນນະບົດ​ພັດທະນາ​ພະລັງງານ​ທີ່​ສະອາດ ​ແລະ​ເກີດ​ໃໝ່​ໄດ້ ​ເຊັ່ນ ພະ​ລັງ​ງານ​ແສງ​ຕາ​ເວັນ ​ແລະ​ພະລັງງານ​​ລົມ​ເປັນຕົ້ນ, ​ແກ້​ໄຂ​ບັນຫາ​ພະລັງງານ​ຢູ່​ເຂດ​ຊົນ​ນະ​ບົດ​ຈີນ​ຢ່າງ​ເໝາະ​ສົມ ບົນ​ພື້ນຖານ​ພັດທະນາ​ແບບ​ຍືນ​ຍົງ.

​ໃນ​ງານ​ສຳ​ມະ​ນາສາ​ກົນ​ກ່ຽວ​ກັບ​ການ​ພັດທະນາ​ພະລັງງານ​ໃນ​ເຂດ​ຊົນ​ນະ​ບົດ​​ຈີນ ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ທ່ານ​ອູ​ກຸ້ຍ​ຮຸ່ຍ​ກ່າວ​ວ່າ, ຈີນ​ຈະ​ເລັ່ງລັດ​ເຜີຍ​ແຜ່​ເຕັກ​ນິກ​ນຳ​ໃຊ້​ພະ​ລັງງານ​ທີ່​ເກີດ​ໃໝ່​ໄດ້ ທີ່​ລາຄາ​ຖືກ​ແລະ​ໃຊ້​ຕົວ​ຈິງ​ໄດ້, ສືບ​ຕໍ່​ສະໜັບ​ສະ​ໜູນ​ຄອບ​ຄົວ​ລ້ຽງ​ສັດ​ໃນ​ຊົນນະບົດ ສ້າງ​ອ່າງ​ບົ່ມ​ແກັດ​ຊີວະ​ພາບ, ຢູ່​ເຂ​ດມີ​​ແສງ​ຕາ​ເວັນ​ຫຼາຍ​ນັ້ນ, ສົ່ງ​ເສີມ​ປະຊາຊົນ​ນຳ​ໃຊ້​ເຄື່ອງ​ຕົ້ມນ້ຳ​ຮ້ອນ​ດ້ວຍ​ພະລັງງານ​ແສງ​ຕາ​ເວັນ ​ແລະ ​ເຕົາ​​ໄຟ​ແສງ​ຕາ​ເວັນ, ຫຼຸດ​ການ​ດັງ​ຟືນແລະຖ່ານ​ຫີນ​, ປົວ​ແປງ​ສິ່ງແວດ​ລ້ອມ​ສາທາລະ​ນະ​ສຸກ​ໃນ​ເຂດ​ຊົນ​ນະ​ບົດ.