ຕາມຂ່າວສານຊິນຮວາ: ວັນທີ 23 ພະຈິກນີ້, ກອງປະຊຸມແຜ່ນແພຝ້າຍສາກົນຈີນຄັ້ງທີ 5 ໄດ້ຈັດຂຶ້ນຢູ່ກຳແພງນະຄອນຈຸ່ງກິ່ງ ທາງພາກຕາເວັນຕົກສຽງໃຕ້ຂອງຈີນ, ທ່ານສິຄຸ່ນຢວນ ຮອງປະທານສະມາຄົມອຸດສາຫະກຳແຜ່ນແພຈີນກ່າວວ່າ, ໃນຂະນະທີ່ຈີນສົ່ງອອກແຜ່ນແພອາພອນໄປສູ່ທົ່ວໂລກນັ້ນ, ກໍກາຍເປັນປະເທດນຳເຂົ້າສິນຄ້າທີ່ກ່ຽວພັນກັບແຜ່ນແພຂອງໂລກເປັນກ້າວໆ, ໃນຫຼາຍປີມານີ້, ການນຳເຂົ້າຝ້າຍດອກ ວັດຖຸດິບໄຍທຽມ ແລະ ຈັກຕ່ຳແຜ່ນແພຂອງຈີນ ໄດ້ເພີ່ມຂຶ້ນອ່າວໄວ, ນີ້ໄດ້ສະໜອງໂອກາດໃຫ້ແກ່ອຸດສາຫະກຳແຜ່ນແພຂອງປະເທດຕ່າງໆໃນໂລກ.
ທ່ານສິຄຸ່ນຢວນກ່າວວ່າ, ນັບແຕ່ປີ 2001 ຫາປີ 2005, ຈີນນຳເຂົ້າຝ້າຍດອກໄດ້ເພີ່ມຈາກ 6 ໝື່ນໂຕນຂຶ້ນເປັນ 2 ລ້ານ 5 ແສນ 6 ໝື່ນໂຕນ. ປີກາຍນີ້, ນັບລວມແລ້ວ ອຸດສາຫະກຳແຜ່ນແພຂອງຈີນໄດ້ນຳເຂົ້າເສື້ອຜ້າອາພອນ ແລະຈັກຕຳແຜ່ນແພ ມີເຖິງ 45 ຕື້ 400 ລ້ານໂດລາ.
|