ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-24 17:55:37    
ດ່ານ​ພາ​ສີ​ຄຸນ​ມິງ​ຈີນ​ໄດ້​ຮິບ​ເອົາ​ຢາ​ເສບ​ຕິດ​ເກືອບ 4 ພັນ​ກຼາມ​ໃນ​ການ​ປາບ​ຢາ​ເສບ​ຕິດ​ໂດຍ​ສະ​ເພາະ​ຢູ່​ຊາຍ​ແດນ​ພາກ​ໃຕ້

cri
ຕາມ​ຂ່າວສານ​ຊີ​ນຮວາ: ຫວ່າງ​ມໍ່ໆ​ນີ້ ດ່ານ​ພາສີ​ຄຸນ​ມິ​ງ​ແຂວງ​ຢຸນານ​ຂອງ​ຈີນ​ປະກາດ​ວ່າ, ການ​ປາບ​ຢາ​ເສບ​ຕິດ​ຢູ່​ຊາຍ​ແດນ​ພາກ​ໃຕ້​​ໂດຍ​ສະ​ເພາະໄດ້​ສິ້ນ​ສຸດ​ລົງ​ແລ້ວ, ໄດ້​ຄົ້ນພົບຄະດີ​ຄ້າຂາຍ​ຢາ​ເສບ​ຕິດ 15 ລາຍ,ຮິ​ບ​ເອົາ​ຢາ​ເສບ​ຕິດ​ປະ​ເພດ​ຕ່າງໆ 3870 ກຼາມ,ຈັບ​ຜູ່​ຕ້ອງ​ໂທດ 19 ຄົນ.

ຜູ່​ຮັບຜິດ​ຊອບ​ຂອງ​ດ່ານ​ພາສີ​ຄຸນ​ມິ​ງກ່າວ​ວ່າ, ​ເພື່ອ​ໂຈມ​ຕີ​ກາ​ນ ​ຄ້າເຖື່ອນ​ຢາ​ເສບ​ຕິດ​ຢ່າງ​ເຂັ້ມ​ງວດ,ອີງ​ຕາມ​ການຈັດ​ວາງ​ຂອງ​ກົມ​ໃຫຍ່​ດ່ານ​ພາສີ​ຈີນ, ດ່ານ​ພາສີ​ຄຸນ​ມິ​ງ​ໄດ້​ດຳ​ເນີນ​ກິດຈະການ​ລາຍ​ລະ​ເພາະ​ທີ່​ໃຫ້​ຊື່ວ່າ ປາບຢາ​ເສບ​ຕິດ​ຢູ່​ຊາຍ​ແດນ​ພາກ​ໃຕ້ຕາມຊາຍ​ແດນ​ຂອງູ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ​ເຜົ່າ​ໄທ​ລື້​ປົກຄອງ​ຕົນ​ເອງ​ແລະເມືອງ​ພູ​ເອີ.

​ໃນ​ໄລຍະ​ຈັດ​ກິດຈະການດັ່ງກ່າວ, ດ່ານ​ພາສີ​ຄຸນ​ມິ​ງ​ໄດ້​ຕັ້ງບ່ອນ​ກວດກາ​ເຄື່ອນ​ທີ່​ແລະ​ຄົງ​ທີ່​ຢູ່​ດ່ານ​ຊາຍ​ແດນ,​ ໂຈມ​ຕີ​ການ​ຄ້າ​ເຖື່ອນ​ຢາ​ເສບ​ຕິດ​ຢູ່​ຊາຍ​ແດນ​ຈີນ​ມຽນມາ​ແລະ​ຈີນ​ລາວ​ເປັນ​ຈຸດ​ຫນັກ.