ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-25 16:53:44    
ຕົວ​ເລກ​ທີ່​ດາວ​ທຽມ​ຊາງ​ເອີ​ເລກ​ຫນຶ່ງ​ສົ່ງ​ກັບ​ຄືນ​ສູ່​ຫນ້າ​ດິນ​ນັ້ນ​ດີ​ຫລາຍ

cri
ຕາມ​ຂ່າວ cri:ວັນ​ທີ 24 ພະຈິກ​ນີ້ ທ່ານ​ຫລວນ​ເອີ່​ນ​ເຈ ຜູ່​ບັນຊາ​ການ​ສູງ​ສຸດ​ຂອງ​ກິດຈະການ​ດາວ​ທຽມ​ບິນ​ອ້ອມ​ສຳ​ຫລວດດວງ​ຈັນ​ຂອງ​ຈີນ​ກ່າວ​ວ່າ,ຕົວ​ເລກ​ທີ່​ດາວ​ທຽມ​ຊາງ​ເອີ​ເລກ​ຫນຶ່ງສົ່ງ​ຄືນ​ມານັ້ນດີ​ຫລາຍ,ດີກ​ວ່າການ​ຄາດ​ໄວ້​ລວງຫນ້າ.

ທ່ານ​ຫລວນ​ເອີ່​ນ​ເຈ​ກ່າວ​ວ່າ, ກິດຈະການ​ດາວ​ທຽມ​ບິນ​ອ້ອມ​ສຳ​ຫລວດ​ດວງ​ຈັນ​ມີ​ຫນ່ວຍ​ຊ່ຽວຊານ​ທີ່​ປະກອບ​ດ້ວຍ​ນັກວິທະຍາສາດ 120 ກວ່າ​ຄົນ, ພວກ​ທ່ານ​ຈະ​ວິ​ເຄາະ​ໄຈ້​ແຍກ​ຕົວ​ເລກ​ທີ່​ດາວ​ທຽມ​ຊາງ​ເອີ​ເລກ​ຫນຶ່ງສົ່ງ​ຄືນມາ.​ເມື່ອ​ວິ​ເຄາະ​ແລ້ວ, ຈະ​ປະກາດຕົວ​ເລກ​ເຫລົ່າ​ນີ້​ຕໍ່​​ສັງຄົມ.

ທ່ານ​ຫລວນ​ເອີນ​ເຈ​ກ່າວ​ວ່າ, ນັບມາ​ຮອດ​ປັດຈຸບັນ ຫນ້າ​ທີ່​ການບິນ​ຂອງດາວ​ທຽມນີ້​ຍັງບໍ່​​​ມີ​ການ​ຜິດພາດ​ຫຍັງ​ເທື່ອ, ​ທຸກ​ສິ່ງ​ທຸກ​ຢ່າງໄດ້​ດຳ​ເນີນ​ໄປ​ຕາມ​​ແຜນການ​ທີ່​ວາງ​​ໄວ້.​ເພື່ອ​ແກ້​ໄຂ​ເຫດການ​ທີ່​ເກີດ​ຂຶ້ນ​ຢ່າງ​ບັງ​ເອີນ,ນັກວິທະຍາສາດ​ໄດ້​ວາງ​ແຜນການ​ຮັບ​ມື​ແກ້​ໄຂສຸກ​ເສີນ 80 ກວ່າ​ລາຍ,​ແຕ່ນັບ​ມາ​ຮອດດຽວ​ນີ້, ຍັງ​ບໍ່​ທັນ​ໃຊ້​ຈັກຢ່າງ​ເທື່ອ.