ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-26 18:28:24    
ກອງ​ປະ​ຊຸມ​ສຸດ​ຍອດ​ການ​ຮ່ວມ​ມື​ດ້ານ​ໂທ​ລະ​ພາບ​ຈີນ​ອາ​ຊຽນ​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ທັນ​ວາ​

cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 26 ພະຈິກ​ນີ້, ອົງການ​ປົກຄອງ​ແຂວງ​ຢຸນນານ​ຂອງ​ຈີນ​ແຈ້ງ​ຂ່າວ​ວ່າ, ກອງ​ປະຊຸມ​ສຸດ​ຍອດ​ການ​ຮ່ວມ​ມືດ້ານ​ໂທລະພາບ​ຈີນ​ອາ​ຊຽນປີ 2007 ຕົກ​ລົງ​ຈະ​ຈັດ​ຂຶ້ນ​ໃນວັນ​ທີ 18 ທັນວາ​ນີ້ຢູ່​ນະຄອນ​ຂຸ່ນ​ມິ​ງ​ແຂວງ​ຢຸນນານ. ນີ້​ແມ່ນ​ຈີນ​ຈັດກອງ​ປະຊຸມ​ການ​ຮ່ວມ​ມື​ແລະ​ແລກປ່ຽນ​ຂະ​ໜາດ​ໃຫຍ່​ຂອງ​ວົງ​ການ​ໂທລະພາບ​ຈີນ​ແລະ​ອາ​ຊຽນ​ເປັນ​ເທື່ອ​ທຳ​ອິດ.

ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ເທື່ອ​ນີ້​ແມ່ນ​"​ເພີ່ມ​ທະວີ​ການ​ຮ່ວມ​ມື​ແລະ​ແລກປ່ຽນ​ດ້ານ​ໂທ​ລະ​ພາບ​ລະ​ຫວ່າງ​ຈີນ​ກັບບັນດາ​ປະ​ເທດ​ອາ​ຊຽນ, ຊຸກ​ຍູ້​​ໃຫ້​ຝ່າຍ​ຕ່າງໆ​ພັດທະນາ​ຮ່ວມກັນ".
​ໃ​ນກອງ​ປະຊຸມ​ທີ່​ຈະຈັດ​ຂຶ້ນ​ເປັນ​ເວລາ 3 ວັນ, ຜູ້​ຮັບ​ຜິດ​ຊອບ​ໂທ​ລະ​ພາບ​ຕົ້ນຕໍ​ແລະ​ອົງການ​ໂທລະພາບ​ທີ່​ມາ​ຈາກ​ຈີນ​ແລະ 10 ປະ​ເທດ​ອາ​ຊຽນຈະ​ດຳ​ເນີນ​ການ​ແລກປ່ຽນ​ກ່ຽວ​ກັບ​ວຽກ​ງານ​ຕ່າງໆ, ​ເຊັ່ນ: ການ​ແລກ​ປ່ຽນ​ລາຍ​ການ, ການ​ສຳພາດ​ຮ່ວມກັນ​ລະຫວ່າງ​ໂທ​ລະ​ພາບ​ປະ​ເທດ​ຕ່າງໆ, ​ແລະ​ການ​ສຳພາດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​​ໃນ​ປີໜ້າ​ເປັນ​ຕົ້ນ, ​ແລະ​ຈະຫາລືວ່າ​ຈະ​​ເຮັດ​ແນວ​ໃດ​ເພື່ອ​ວາງກົນ​ໄກຮ່ວມ​ມື​ແລກປ່ຽນ​ໃນ​ໄລຍະ​ຍາວ​ລະຫວ່າງ​ໂທລະພາບ​ປະ​ເທດ​ຕ່າງໆ.