ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-26 18:39:40    
ປະ​ລິ​ມານ​ຂົນ​ສົ່ງ​ຕູ້​ບັນ​ຈຸ​ສິນ​ຄ້າ​ຂອງ​ຈີນ​ໃນ​ປີ​ນີ້​ຈະ​ຫຼາຍ​ກວ່າ 100 ລ້ານ​ຕູ້​ມາດ​ຕະ​ຖານ

cri Author: m
ຕາມ​ຂ່າວ​ໜັງສືພິມ​ເຢິນມິນ​ຢື້​ປ້າວ​ສະບັບ​ຕ່າງປະ​ເທດ: ທ່ານ​ເວີ່ງ​ເມີ້ງຢົງ ລັດຖະມົນຕີ​ຊ່ອຍ​ວ່າການ​ກະຊວງ​ຄົມມະ​ນາຄົມ​ຈີນ​ກ່າວ​ວ່າ, ປະລິ​ມານ​ຂົນ​ສົ່ງ​ສິນຄ້າແລະຕູ້​ບັນຈຸ​ສິນຄ້າຂອງ​ທ່າ​ກ່ຳ​ປັ່ນຈີນ​​ໄດ້​ຮັກສາ​ທ່ວງທ່າ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ, ​ໃນ​ນັ້ນ, ປີ​ນີ້, ປະລິ​ມານ​ຂົນ​ສົ່ງຕູ້​ບັນຈຸ​ສິນຄ້າ​ຈະຫຼາຍກວ່າ 100 ລ້ານ​ຕູ້​ມາດຕະຖານ.

​ໃນ​ກອງ​ປະຊຸມ​ປະຈຳ​ປີການ​ຂົນ​ສົ່ງ​ທາງ​ທະ​ເລ​ສາກົນ​ຈີນທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ທຽນ​ສິນ ​ເມື່ອ​ງທ່າ​ພາກ​ເໜືອ​ຂອງ​ຈີນ, ທ່ານ​ເວີ່ນ​ເມີ້​ງຢົງ​ແຈ້ງວ່າ, ຄຽງ​ຄູ່​ກັບ​ເສດຖະກິດ​ຈີນ​ພັດທະນາ​ຢ່າງ​ສືບ​ເນື່ອງ​ແລະ​ວ່ອງ​ໄວ, ປະລິ​ມານ​ຂົນ​ສົ່ງ​ສິນຄ້າ​ແລະຕູ້​ບັນຈຸ​ສິນຄ້າ​ຂອງ​ທ່າ​ກ່ຳ​ປັ່ນຈີນໄດ້​​ເປັນທີ 1 ​ໃນ​ໂລກ​​ໃນ 5 ປີ​ລຽນ​ຕິດ​, ຈີນ​ມີ​ທ່າ​ກ່ຳ​ປັ່ນ 12 ​ແຫ່ງ​ມີ​ຄວາມ​ສາມາດ​ຂົນ​ສົ່ງ​ສິນຄ້າ​ຫຼາຍ​ກວ່າ 100 ລ້ານ​ໂຕນ. ​ອີງ​ຕາມ​ການ​ຄາດ​ຄະ​​ເນ, ປີ​ນີ້, ປະລິ​ມານຂົນ​ສົ່ງ​ຕູ້​ບັນຈຸ​ສິນຄ້າ​ຂອງ​ຈີນຈະ​ຫຼາຍ​ກວ່າ 100 ລ້ານ​ຕູ້​ມາດ​ຕະ​ຖານ.