ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-26 20:16:54    
ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ປະ​ເທດ​ຕ່າງໆ​ໃນ​ໂລກ​ນຳ​ໃຊ້​ອະ​ວະ​ກາດ​ຢ່າງ​ສັນຕິ

cri
ຕາມ​ຂ່າວ CRI: ວັນ​ທີ 26 ພະຈິກ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ຊຸ່ນລາຍ​ອ້ຽນ ຫົວໜ້າ​ກົມ​ການ​ປິ​ນອະວະກາດ​​ແຫ່ງ​ຊາດ​ຈີນກ່າວ​ວ່າ, ຈີນ​ຍິນ​ດີ​ດຳ​ເນີນ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມືອັນ​ກວ້າງຂວາງ​ກັບ​ຂະ​ແໜງ​ການ​ດຽວ​ກັນ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກບົນ​ພື້ນຖານ "ສະ​ເໝີ​ພາບ​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ, ນຳ​ໃຊ້​ໂດຍ​ສັນຕິ, ຮ່ວມ​ກັນ​ພັດທະນາ​", ​ນຳ​ໃຊ້​ອະວະກາດ​​ໂດຍ​ສັນຕິ, ສ້າງ​ຄວາມສຸກ​ໃຫ້​ແກ່ມ​ວນ​ມະນຸດ.

​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ໂດຍ​ຫ້ອງການ​ຖະ​ແຫຼງຂ່າວ​ຂອງ​ລັດຖະບານ​ຈີນ​ໃນ​ມື້​ດຽວ​ກັນ, ທ່ານ​ຊຸ່ນລາຍ​ອ້ຽນກ່າ​ວວ່າ, ​ໂຄງການ​ສຳຫຼວດ​ດວງ​ຈັນ​ທີ່​ຈີນ​ປະຕິບັດ​ແມ່ນ​ໂຄງການ​ເຕັກນິກ​ວິທະຍາສາດ​ນຳ​ໃຊ້​ອະ​ວະ​ກາດ​ໂດຍ​ສັນຕິ, ກໍ່​ແມ່ນ​ໂຄງການ​ທີ່​​ເປີດ​ເຜີຍ, ​ໃນ​ຂະ​ບວນການ​ປະຕິບັດ, ຈີນ​ໄດ້​ດຳ​ເນີນ​ການ​ຮ່ວມ​ມື​ກັບຣັດ​ເຊ​ຍ​ແລະ​ປະ​ເທດ​ເອີ​ລົບ​ຈຳນວນ​ໜຶ່ງ. ທ່ານ​ກ່າ​ວວ່າ, ຈີນ​ຍິນ​ດີ​ພ້ອມ​ກັນ​ກັບປະ​ເທດ​ຕ່າງໆ​ໃນ​ໂລກ, ປະກອບ​ສ່ວນ​ເທົ່າ​ທີ່ຄວນ​​ເຂົ້າ​ໃນ​ການ​ສຳຫຼວດດວງ​ຈັນ​ແລະ​ການ​ສຳຫຼວດອະວະກາດ​ໃນ​ອະນາຄົດ.

ພ້ອມ​ກັນ​ນັ້ນ, ທ່ານ​ຊຸ່ນລາຍ​ອ້ຽນຍັງ​ເຜີຍ​ໃຫ້​ຮູ້​ວ່າ, ຈີນ​ໄດ້​ສຳ​ເລັດ​ວຽກ​ງານ​ພິສູດ​ໂຄງການ​ສຳຫຼວດດວງ​ຈັນ​​ໄລຍະ​ທີ 2 ​ແລ້ວ. ທ່ານ​ແນະນຳ​ວ່າ, ​ໂຄງການ​ສຳຫຼວດດວງ​ຈັນ​ໄລຍະ​ທີ 2 ຂອງ​ຈີນ​ຈະ​ຍິງ​ສົ່ງ​ເຄື່ອງ​ລົງຈອດ​ໜ້າດິນ​ດວງ​ຈັນ​ໜ່ວຍ​ໜຶ່ງ​, ​ແລະ​ຈະ​ບັນຈຸ​ລົດ​ດວງ​ຈັນຄັນ​ໜຶ່ງ, ​ດຳ​ເນີນ​ການ​ສຳຫຼວດກັບ​ບ່ອນ​ຢູ່​ໃກ້​ເຂດລົງ​ຈອດ.