ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-28 19:03:11    
ທ່ານ​ຫູ​ຈີນ​ທາວ​ກ່າວ​ວ່າ, ວາງ​ແຜນ​ແລະ​ກຳ​ທິດ​ຂະ​ຫຍາຍ​ຕົວ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ເອີ​ລົບ​ໃຫ້​ດີ​ຈາກ​ຄວາມ​ສູງ​ຍຸດ​ທະ​ສາດ​ແມ່ນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຮ່ວມ​ກັນ​ຂອງ​ທັງ​ສອງ​ຝ່າຍ

cri
ຕາມ​ຂ່າວ cri: ວັນ​ທີ 28 ພະຈິກ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ​ກ່າວວ່າ, ​ການວາງ​ແຜນ​ແລະກຳ​ທິດ​ຂະ​ຫຍາຍ​ຕົວ​ຂອງ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​​ເອີ​ລົບ​ໃຫ້​ດີ​ຈາກ​ຄວາມ​ສູງ​ຍຸດ​ທະ​ສາດ​ແມ່ນ​ໜ້າ​ທີ່​ຮັບຜິດຊອບ​ຮ່ວມ​ກັນຂອງ​ທັງ​ສອງ​ຝ່າຍ, ຫວັງ​ໃຫ້​ຝ່າຍ​ຈີນ​ແລະ​ເອີ​ລົບ​ເພີ່​ມຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ຍຸດ​ທະ​ສາດ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ຕົວ​ຈິງ, ບົນ​ພື້ນຖານ​ນ້ຳ​ໃຈທີ່​ຕ່າ​ງ​​ເຄົາລົບ​ກັນ​ແລະ​ເປິກສາ​ຫາລື​ຢ່າງ​ສະ​ເໝີ​ພາບ​ກັນ, ຊຳລະ​​ແກ້​ໄຂສະພາບ​ການ​ໃໝ່​​ແລະ​ບັນຫາ​ໃໝ່​​ໃນ​ການ​ຂະຫຍາຍ​ການ​ພົວພັນ​ສອງ​ຝ່າຍ.

ທ່ານ​ຫູ​ຈີນ​ທາ​ວ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ພົບ​ປະ​ກັບທ່ານ​ໂຈ​ສ ​​ໂຊກຼາ​ເທັສ ນາຍົກ​ລັດຖະ​ມົນຕີ​ປອກ​ຕຸຍ​ການ​ເຊິ່ງ​ເປັນ​ປະ​ເທດ​ປະທານ​ໝູນວຽນ​ຂອງ​ສະຫະພາບ​ເອີ​ລົບ​ແລະ​ທ່ານ​ໂຈ​ສ ມາ​ນູ​ເອັນ ບາ​ໂຣ​ໂຊ ປະທານ​ຄະນະ​ກຳມາທິການ​ສະຫະພາບ​ເອີ​ລົບ. ຜູ້ນຳ​ທັງ​ສອງ​ດັ່ງກ່າວ​ແມ່ນ​ມາ​ປັກ​ກິ່ງ​ເພື່ອ​ເຂົ້າ​ຮ່ວມ​ການ​ພົບ​ປະລະຫວ່າງ​ຜູ້ນຳ​ຈີນ​ເອີ​ລົບ​ຄັ້ງ​ທີ 10.

ທ່ານໂຊກຼາ​ເທັສກັບ​ທ່ານບາ​ໂຣ​ໂຊກ່າວ​ວ່າ, ຝ່າ​ຍ​ເອີ​ລົບ​ໃຫ້​ຄວາມ​ສຳຄັນໃນ​ລະດັບ​ສູງແກ່​ການ​ພົບ​ປະ​ຜູ້ນຳ​ເອີ​ລົບ​ຈີນ​ຄັ້ງ​ທີ 10 ​, ຍິນ​ດີ​ຫາລືກັບ​ຝ່າຍ​ຈີນ​​ເພື່ອ​ແກ້​ໄຂ​ບັນຫາ​ໃນ​ການ​ພົວພັນ​ລະຫວ່າງ​​ເອີ​ລົບ​ກັບ​ຈີນດ້ວຍ​ທ່າ​ທີ​ວົງເປີດ​ແລະ​ມີ​ລັກສະນະ​ສ້າງສັນ, ພ້ອມ​ກັນ​ຮັບ​ມື​ກັບ​ບັນ​ຫາ​ສາກົນ​ແລະ​ພາກ​ພື້ນ​ທີ່​ສຳຄັນ, ​ເຊັ່ນ: ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ເປັນ​ຕົ້ນ.