ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-28 19:29:37    
ຈີນ​ຊົມ​ເຊີຍ​ທ່ານ​ນາງ​ຈ່າງ​ຢຸ້ຍ​ຈ່ຽວ​ຂຶ້ນ​ຮັບ​ຕຳ​ແໜ່ງ​ເປັນ​​ສະມາ​ຊິກ​ອົງ​ການ​ກ່າວ​ຟ້ອງ​ຂອງ​WTO

cri Author: shuo
ຕາມ​ຂ່າວ​ສານ​ຊິນ​ຮວາ:ວັນ​ທີ28​ພະຈິກ​ນີ້,​ກະຊວງ​ການ​ຄ້າ​ຈີນ​ແຈ້ງ​ຂ່າວ​ວ່າ,​ລັດ​ຖະ​ບານ​ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​4​ຄົນ ​ເຊິ່ງ​ລວມ​ທັງ​ທ່ານ​ນາງ​ຈ່າງ​ຢຸ້ຍ​ຈ່ຽວ​ທີ່​ຂຶ້ນ​ຮັບ​ຕຳ​ແໜ່ງ​ເປັນ​ສະ​ມາ​ຊິກ​ອົງ​ການ​ກ່າວ​ຟ້ອງ​ຂອງ​WTO.

ວັນ​ທີ27​ພະຈິກ​ນີ້,ອົງການ​ແກ້​ໄຂ​ການ​ວິວາດ​ກັນ​ຂອງWTO ຫຼືອົງການDSBຈັດ​ກອງ​ປະ ຊຸມ,​ຜ່ານ​ການ​ແຕ່ງຕັ້ງສີ່​ຄົນ​ທີ່​ມາ​ຈາ​ກຈີນ ອາ​ເມ​ລິ​ກາ ຍີ່​ປຸ່ນ​ແລະ​ຟິ​ລິບ​ປິນ​ເປັນ​ສະ​ມາ​ຊິກ​ອົງ​ການ​ກ່າວ​ຟ້ອງ.ທ່ານ​ນາງ​ຈ່າງ​ຢຸ້ຍ​ຈ່ຽວ​ແມ່ນ​ມາ​ຈາກ​ຈີນ,​ນີ້​ແມ່ນ​​ເທື່ອ​ທຳ​ອິດ​ທີ່​ທະ​ນາຍ​ຄວາມ​ເຂດ​ໃນ​ຈີນ​ດຳລົງ​ຕຳ​ແໜ່​ງສຳຄັນ​ນີ້​ໃນ​ອົງການ​ການ​ຄ້າ​ໂລກ.

ຂ່າວ​ແຈ້ງ​ຂ່າວ,ທ່ານນາງ​ຈ່າງ​ຢຸ້ຍຈ່ຽວ​ເຄີຍ​ເປັນ​ຫົວໜ້າ​ກົມ​ສົນທິສັນຍາ​ແລະກົດໝາຍ​​ຂອງ​ກະ​ຊວງ​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ກັບ​ຕ່າງປະ​ເທດ​ຂອງ​ຈີນ​ແລະ​ຫົວ​ໜ້າ​ກົມ​ເອີ​ລົບ​ຂອງ​ທະ​ນາ​ຄານ​ພັດທະນາ​ອາຊີ,​ແລະ​ເຄີຍ​ເປັນ​ຜູ້​ແທນ​ເຈ​ລະ​ຈາ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ຂອງ​ຈີນ,​ດຽວ​ນີ້​ແມ່ນ​ສາ​ສະ​ດາ​ຈານ​ຂອງ​ສະ​ຖານ​ບັນ​ນິ​ຕິ​ສາດ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຊົວ ທາວຈີນ.