|
 |
(GMT+08:00)
2007-11-29 11:19:57
|
ທ່ານປານກີມູນສະແດງຄວາມເພິງພໍໃຈຕໍ່ຫມາກຜົນທີ່ກອງປະຊຸມສັນຕິພາບຕາເວັນອອກກາງໄດ້ຮັບ
cri
ຕາມຂ່າວສານຊີນຮວາ:ວັນທີ 28 ພະຈິກນີ້ ທ່ານຟາຮານ ຮັກ ໂຄສົກສະຫະປະຊາຊາດເວົ້າຕໍ່ສື່ມວນຊົນວ່າ,ທ່ານປານກີມູນ ເລຂາທິການໃຫຍ່ສະຫະປະຊາຊາດຮູ້ສຶກພໍໃຈຫລາຍຕໍ່ຫມາກຜົນທີ່ໄດ້ຮັບໃນກອງປະຊຸມອານນາໂປລິສກ່ຽວກັບບັນຫາຕາເວັນອອກກາງ.
ທ່ານຮັກກ່າວວ່າ,ທ່ານປາກີມູນເຫັນວ່ານີ້ແມ່ນກອງປະຊຸມຄັ້ງປະຫວັດສາດ,ຄວນໄດ້ຮັບການສະຫນັບສະຫນູນຈາກປະເທດຕ່າງໆໃນໂລກ.ທ່ານປານກີມູນຍັງກ່າວວ່າ, ສີ່ຝ່າຍທີ່ກ່ຽວຂ້ອງໃນບັນຫາຕາເວັນອອກກາງຄືສະຫະປະຊາຊາດ ສະຫະພາບເອີລົບ ອາເມລິກາແລະຣັດເຊຍໄດ້ເຫັນດີຈັດກອງປະຊຸມເທື່ອຫນຶ່ງໃນເດືອນທັນວາ, ເພື່ອຜັນຂະຫຍາຍຫມາກຜົນທີ່ໄດ້ຮັບໃນກອງປະຊຸມຄັ້ງນີ້.
|
|
|