|
|
(GMT+08:00)
2007-11-29 17:01:11
|
|
ຈີນອະນຸມັດ "ອະນຸສັນຍາດັດແປງສັນຍາສິດຊັບສິນທາງປັນຍາທີ່ກ່ຽວພັນເຖິງການຄ້າ" ຂອງອົງການການຄ້າໂລກ
cri
ຕາມຂ່າວ CRI: ວັນທີ 28 ພະຈິກນີ້, ຢູ່ທີ່ເຊີແນວ, ທ່ານຊຸ່ນເຈີ້ນອີ ເອກອັກຄະລັດຖະທູດຈີນປະຈຳອົງການການຄ້າໂລກໄດ້ສົ່ງຈົດໝາຍໄປເຖິງທ່ານພາສຄານ ລາມີ ຜູ້ອຳນວຍການໃຫຍ່ອົງການການຄ້າໂລກ, ເພື່ອແຈ້ງໃຫ້ທ່ານຊາບຢ່າງເປັນທາງການວ່າ, ຈີນໄດ້ ອະນຸມັດ "ອະນຸສັນຍາດັດແປງສັນຍາສິດຊັບສິນທາງປັນຍາທີ່ກ່ຽວພັນເຖິງການຄ້າ" ຂອງອົງການການຄ້າໂລກ.
ໃນຈົດໝາຍ, ທ່ານຊຸ່ນເຈີ້ນອີຂຽນວ່າ, ທ່ານຫູຈີນທາວ ປະທານປະເທດຈີນໄດ້ຕາງໜ້າຈີນອະນຸມັດອະນຸສັນຍາສະບັບດັ່ງກ່າວ. ຈີນເຫັນວ່າ, ອະນຸສັນຍາໄດ້ເປີດກວ້າງຊ່ອງທາງເພື່ອແກ້ໄຂບັນຫາສຸຂະພາບສາທາລະນະຂອງສະມາຊິກທີ່ພວມພັດທະນາແລະດ້ອຍພັດທະນາ.
ຈົດໝາຍຍັງຂຽນວ່າ, ຈີນສະໜັບສະໜູນວຽກງານຂອງອົງການການຄ້າໂລກມາໂດຍຕະຫຼອດ, ຈີນຍັງສະໜັບສະໜູນຄວາມພະຍາຍາມຂອງອົງການດັ່ງກ່າວທີ່ຊຸກຍູ້ໃຫ້ສະມາຊິກທີ່ພວມພັດທະນາມີສິດທີ່ຊອບດ້ວຍກົດໝາຍໄດ້ຮັບຢາແລະແກ້ໄຂບັນຫາການປິ່ນປົວແລະສຸຂະພາບຕື່ມອີກ.
|
|
|