ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-30 19:03:23    
ຈີນ​ຈະ​ສະ​ໜັບ​ສະ​ໜູນ​ວຽກ​ງານ​ຂອງ​ອົງ​ການ​ວາງ​ແຜນ​ສິ່ງ​ແວດ​ລ້ອມ​ສະ​ຫະ​ປະ​ຊາ​ຊາດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ

cri
ຕາມ​ຂ່າວ CRI: ​ຫວ່າງ​ມໍ່ໆ​ນີ້, ​ໃນ​ເວລາ​ພົບ​ປະ​ກັບ​ທ່ານ​ອາຊີ​ມ ສ​ເຕັນ​ເນີ ຫົວໜ້າ​ອົງການວາງ​ແຜນ​ສິ່ງ​ແວດ​ລ້ອມ​ສະຫະ​ປະຊາ​ຊາດ ຫຼື UNEP ຢູ່​ປັກ​ກິ່ງ, ທ່ານ​​ໂຈ່​ເຊີ່ງ​ຊຽນ ຫົວໜ້າ​ກົມ​ໃຫຍ່​ອະນຸລັກ​ສິ່ງ​ແວດລ້ອມ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ຈີນຈະ​ສະໜັບສະໜູນ​ວຽກ​ງານ​ຂອງອົງການວາງ​ແຜນ​ສິ່ງ​ແວດ​ລ້ອມ​ສະຫະ​ປະຊາ​ຊາດ​ຢ່າງສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ​ເປີດ​ກວ້າງ​ແລະ​ລົງ​ເລິກການ​ຮ່ວມ​ມື​ຢ່າງ​ບໍ່​ຢຸດ​ຢັ້ງ, ​ແບ່ງປັນ​ບົດຮຽນ, ​ແລະ​ກ້າວໜ້າ​ພ້ອມ​ກັນ.

ທ່ານ​ສ​ເຕັນ​ເນີ​ເຕັມ​ໄປ​ດ້ວຍ​ຄວາມ​ໝັ້ນ​ໃຈ​ຕໍ່​ອະນາຄົດ​ແຫ່ງການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອົງການ UNEP. ທ່ານ​ຫວັງ​​ໃຫ້​ສອງ​ຝ່າຍ​ນຳ​ໃຊ້​ການ​ພົວພັນ​ຄູ່​ຮ່ວມ​ມື​ອັນ​ສະໜິດ​ແໜ້ນ, ດຳ​ເນີນ​ການ​ຮ່ວມ​ມື​ທີ່​ມີ​ປະສິດ​ທິຜົນ​ໃນ​ຂົງ​ເຂດຫຼາຍກວ່າ​ເກົ່າ, ​ປະກອບສ່ວນ​ຫຼາຍກວ່າ​ເກົ່າ​ເຂົ້າ​ໃນການ​ອະນຸລັກ​ສິ່ງ​ແວດ​ລ້ອມທົ່ວ​ໂລກ.