ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-30 19:10:40    
ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພາບ​ເອີ​ລົບ​ກ່າ​ວວ່າ, ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຈີນ​ເອີ​ລົບ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ

cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 29 ພະຈິກ​ນີ້, ຄະນະ​ກຳມະການ​ສະຫະພາບ​ເອີ​ລົບອອກ​ຖະ​ແຫຼງການ, ຕີ​ລາຄາ​ໃນ​ລະດັບ​ສູງ​ຕໍ່​ໝາກຜົນ​ທີ່​ໄດ້​ຮັບ​ຂອງ​ການ​ພົບ​ປະ​ຜູ້ນຳ​ຈີນ​ເອີ​ລົບ​ຄັ້ງ​ທີ 10.

ຖະ​ແຫຼງການ​ສະບັບ​ດັ່ງກ່າວ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ກອງ​ປະຊຸມ​ສຸດ​ຍອດ​ຈີນ​ເອີ​ລົບ: ການ​ພົວ​ພັນ​ຄູ່​ຮ່ວມ​ມື​ທີ່​ພັດ​ທະນາ​ຢ່າງ​ຮອບດ້ານ,​ໄດ້​ຂຽນ​ວ່າ, ໃນ 10 ມາ​ນີ້, ຈີນ​ກັບ​ເອີ​ລົບ​ໄດ້​ສ້າ​ງການ​ພົວພັນ​ສະໜິດ​ແໜ້ນ​ໃນ​ຫຼາຍຂົງ​ເຂດ, ​ເຊັ່ນ: ການ​ຄົ້ນຄວ້າ​ວິທ​ະ​ຍາ​ສາດ, ການ​ສຶກສາ, ພະລັງງານ, ສິ່ງ​ແວດ​ລ້ອມ, ການ​ຂົນ​ສົ່ງ​ແລະ​ການ​ທ່ອງທ່ຽວ​ເປັນ​ຕົ້ນ. ການ​ພົບ​ປະ​ຜູ້ນຳ​ຈີນ​ເອີ​ລົບ​ຄັ້ງ​ທີ 10 ​ໄດ້​ທົບ​ທວນ​ຄືນການ​ຮ່ວມ​ມື​ທີ່​ໄດ້​ຮັບ​ໝາກຜົນ​ຢ່າງ​ຫຼວງ​ຫຼາຍ​ລະຫວ່າງ 2 ຝ່າຍ​ໃນ 10 ປີທີ່​ຜ່ານ​ມາ, ພ້ອມ​ກັນ​ນັ້ນ, ກໍ່​ໄດ້​ຫາລື​ບັນຫາ​ທີ່​ສອງ​ຝ່າຍ​ສົນ​ໃຈ​ຮ່ວມກັນ​​ໃນ​ປະຈຸ​ບັນ, ​ເຊັ່ນ: ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຄວາມ​ປອດ​​ໄພ​ດ້ານ​ພະລັງງານ​ແລະ​ການ​ພັດທະນາ​ຂອງ​ອາ​ຝຼິກາ​ເປັນ​ຕົ້ນ.

ຖະ​ແຫຼງ​ການ​ກ່າວ​ເນັ້ນ​ວ່າ, ​ເຖິງວ່າຈີນກັບ​ເອີ​ລົບ​ຍັງ​ມີ​ຄວາມ​ຂັດ​ແຍ່ງ​ກັນ​ໃນ​ຂົງ​ເຂດ​ຕ່າ​ງໆ, ​ເຊັ່ນ: ການ​ຂາດ​ດຸນ​ດ້ານ​ການ​ຄ້າ, ການ​ອະນຸມັດ​ເຂົ້າ​ສູ່ຕະຫຼາດ, ການ​ປົກປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ເປັນ​ຕົ້ນ, ​ແຕ່​ທ່ານ​ໂຈ​ສ ມາ​ນິວ ບາ​ໂຣ​ໂຊ ປະທານ​ຄະນະ​ກຳມະການ​ສະຫະພາບ​ເອີ​ລົບ​ກ່າວ​ເນັ້ນ​ວ່າ, ຕໍ່​ໄປ, ສະຫະພາບ​ເອີ​ລົບ​ຄວນ​ພະຍາຍາມ​ຕື່ມ, ​ເພື່ອ​ໃຫ້​ປະຊາຊົນ​ເອີ​ລົບ​ບໍ່​ຖື​ຈີນ​ເປັນ​ໄພ​ຂົ່ມ​ຂູ່.