ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-02 18:12:49    
ລັດຖະມົນຕີ​ຕ່າງປະ​ເທດ​ ສປ ຈີນ​ສົ່ງ​ໂທ​ລະ​ເລກ​ອວຍ​ພອນ ສປປ ລາວ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 32 ປີ

cri Author: lm

​ເນື່ອງ​ໃນ​ໂອກາດ​ວັນຊາດ ສປປ ​ລາວຄົບຮອບ 32 ປີວຽນມາ​ເຖິງ, ວັນ​ທີ 2 ທັນວາ​ນີ້, ທ່ານ​ຢາງ​ເຈ​ສຶ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ ​ໄດ້​ສົ່ງ​ໂທລະ​ເລກ​ອວຍ​ພອນໄປ​ຍັງ​ທ່ານ​ທອງ​ລຸນ ສີ​ສຸລິດ ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດ​ລາວ ​ເຊິ່ງມີ​ເນື້ອ​ໃນ​ຄື​ດັ່ງ​ນີ້:

​ເນື່ອງ​ໃນ​ໂອກາດ​ວັນຊາດ​ ສປປ ລາວ​ຄົບຮອບ 32 ປີ​ວຽນມາ​ເຖິງ, ຂ້າພະ​ເຈົ້າຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ສຸດ​ອົກ​ສຸດ​ໃຈ​ມາ​ຍັງ​ທ່ານ.

ຂ້າພະ​ເຈົ້າຮູ້ສຶກ​ປິ​ຕິ​ຊົມ​ຊື່ນ​ທີ່​ໄດ້​ເຫັນ​ວ່າ, ​ໃນ​ໜຶ່ງ​ປີຜ່ານມາ, ການ​ຮ່ວມ​ມື​ຮອບ​ດ້ານ​​ແລະ​ມີ​ໄມຕີ​ຈິດຖານ​ບ້ານ​ໃກ້​ເຮືອນ​ຄຽງ​ລະຫວ່າງ​ຈີນ​ລາວ ​ໄດ້ສືບ​ຕໍ່​ຂະ​ຫຍາຍ​ຕົວ​ເຂົ້າ​ສູ່​ລວງ​ເລິກ, ການ​ໄປມາຫາສູ່​ກັນດ້ວຍ​ໄມຕີ​ຈິດ​ໃນ​ຂົງ​ເຂດ​ຕ່າງໆກໍ​ເປີດ​ກວ້າງ​ອອກ​ຢ່າງ​ບໍ່​ຢຸດ​ຢັ້ງ, ກະຊວງ​ການ​ຕ່າງປະ​ເທດ​ຂອງ​ສອງ​ປະ​ເທດ​ໄດ້​ມີ​ການ​ປະສານ​ງານ​ແລະ​ປະ​ສານ​ສົມທົບ​ກັນ​ເປັນ​ຢ່າງດີ. ຂ້າພະ​ເຈົ້າຍິນ​ດີ​ພ້ອມ​ກັບ​ທ່ານທຳ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະ ​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ຮອບດ້ານ​ ທີ່​ໝັ້ນຄົງ​ຍາວ​ນານ ມີ​ໄມຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ ​ແລະ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນ ລະຫວ່າງ​ຈີນ​ລາວ ​ໃຫ້ກ້າວ​ໄປ​ສູ່​ລະດັບ​ໃໝ່​ຢ່າງບໍ່​ຢຸດ​ຢັ້ງ.

ຂໍ​ອວຍພອນ​ໃຫ້​ທ່ານ​ຈົ່ງ​ໄດ້​ຮັບ​ຜົນ​ສຳ​ເລັດອັນໃຫຍ່​ຫຼວງ​ກວ່າ​ເກົ່າ​ໃນ​ໜ້າ​ທີ່​ວຽກ​ງານ​ອັນ​ສູງ​ສົ່ງ.