ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-02 18:39:05    
ຜູ້ນຳ​ຈີນ​ສົ່ງ​ໂທລະ​ເລກ​ອວຍ​ພອນ​ວັນ​ຊາດ​ລາວ

cri Author: lm

ຕາມ​ຂ່າວ CRI: ​ເນື່ອງ​ໃນ​ໂອກາດ​ວັນຊາດລາວຄົບຮອບ 32 ປີວຽນມາ​ເຖິງ, ວັນ​ທີ 2 ທັນ​ວາ​ນີ້, ທ່ານ​ຫູ​ຈິນທາວ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກກອມ​ມູນິດ​ຈີນ ປະ​ທານ​ປະ​ເທດ​ຈີນ ທ່ານ​ອູ​ປາງ​​ໂກ ປະທານ​ສະພາ​ປະຊາຊົນ​ແຫ່ງ​ຊາດຈີນ ​ແລະ​ທ່ານ​ເວີນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະມົນຕີ ສປ ຈີນ ​ໄດ້​ຮ່ວມ​ກັນ​ສົ່ງ​ໂທລະ​ເລກ​ອວຍພອນ​ໄປ​ຍັງ​ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ ​ເລຂາ​ທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງພັກ​ຊາ​ຊົນ​ປະຕິວັດລາວ ປະ​ທານ​ປະ​ເທດ​ລາວ ທ່ານ​ທອງ​ສິງ ທຳ​ມະ​ວົງ ປະທານ​ສະພາ​ແຫ່ງ​ຊາດລາວ ​ແລະ​ທ່ານ​ບົວ​ສອນ ບຸບຜາ​ວັນ ນາ​ຍົກ​ລັດ​ຖະມົນຕີ ສປປ ລາວ, ​ເຊິ່ງມີ​ເນື້ອ​ໃນ​ຄື​ດັ່ງ​ນີ້:

​ເນື່ອງ​ໃນ​ໂອກາດ​ສາທາລະນະ​ລັດປະຊາທິປະ​ໄຕ​ປະຊາຊົນລາວ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 32 ປີ, ພວກ​ຂ້າພະ​ເຈົ້າຂໍ​ສົ່ງ​ຄວາມ​ຊົມ​ເຊີຍ​ຢ່າງ​ສຸດ​ອົກ​ສຸດ​ໃຈ​ແລະ​ຄວາມ​ອວຍ​ພອນ​ອັນ​ດີ​ງາມ​ມາ​ຍັງ​ພວກ​ສະຫາຍ ​ແລະ​ຂໍຜ່ານຈາກພວກ​ສະຫາຍ​​ໄປ​ຍັງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ສະພາ​ແຫ່ງ​ຊາດ ລັດ​ຖະ​ບານ​ ​ແລະ​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ​ທີ່​ເປັນ​ອ້າຍ​ນ້ອງ​ກັນ.

​ໂທລະ​ເລກ​ຂຽນ​ວ່າ, ປັດຈຸບັນ, ສັງຄົມ​ການ​ເມືອງ​ລາວ​ມີ​ສະຖຽນ​ລະ​ພາບ, ​ເສດ​ຖະ​ກິດ​ພັດ​ທະນາ​ອ່າວ​ໄວ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປ່ຽນ​ແປງ​ໃຫ້​ດີ​ຂຶ້ນ, ​ວຽກ​ງານ​ຕ່າງປະ​ເທດ​ຟົດ​ຟື້ນ, ພາລະກິດ​ການ​ປ່ຽນ​ແປງ​ໃໝ່​​ໄດ້​ຮັບ​ໝາກ​ຜົນ​ອັນ​ພົ້ນ​ເດັ່ນ. ​ໃນ​ຖາ​ນະ​ເປັນບ້ານ​ໃກ້​ເຮືອນ​ຄຽງທີ່​ມີ​ໄມຕີ​ຈິດ​ຕໍ່​ກັນ, ພວກ​ຂ້າ​ພະ​ເຈົ້າ​ກໍ​ຮູ້​ສຶກ​ປິ​ຕິ​ຊົມ​ຊື່ນ, ​ແລະ​ຂໍ​ອວຍພອນ​ໃຫ້​ປະຊາຊົນ​ລາວ ຈົ່ງ​ໄດ້​ຮັບ​ໝາກຜົນ​ອັນ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ ​ໃນ​ການ​ສ້າງ​ສາ​ປະ​ເທດ ​ແລະ​ໃນ​ພາລະກິດ​ການ​ປ່ຽນ​ແປງ​ໃໝ່ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິວັດ​ລາວ.

ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ທິດ​ທາງ​ການ​ຮ່ວມ​ມື​ຮອບດ້ານ​ທີ່​ໝັ້ນຄົງຍາ​ວນານ ​ມີໄມຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ ​ແລະ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນ, ການ​ພົວພັນ​ລະຫວ່າງ​ຈີນ​ລາວ​ໄດ້​ຂະຫຍາຍຕົວ​ເຂົ້າສູ່​ລວງ​ເລິກ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ກໍ​ເປີດ​ກວ້າງ​ອອກ​ຢ່າງ​ບໍ່​ຢຸດ​ຢັ້ງ. ຝ່າຍຈີນ​ເອົາ​ໃຈ​ໃສ່​​ໃນ​ລະດັບ​ສູງນຳ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ລາວ, ຍິນ​ດີ​ຮ່ວມ​ກັນ​ກັບ​ຝ່າຍ​ລາວ, ພ້ອມ​ກັນ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ຮອບດ້ານ​ແລະ​ມີ​ໄມ​ຕີ​ຈິດຖານ​ບ້ານ​ໃກ້​ເຮືອນ​ຄຽງ​ລະຫວ່າງຈີນ​ລາວ​ໃຫ້​ຂະ​ຫຍາຍ​ໄປ​ສູ່​ລະດັບ​ໃໝ່​ແລະ​ເລິກ​ເຊິ່ງ​ກວ່າ​ເກົ່າ, ສ້າງ​ຄວາມ​ຜາ​ສຸກ​ໃຫ້​ປະຊາຊົນ​ທັງ​ສອງ​ປະ​ເທດ.

ຂໍ​ອວຍພອນ​ໃຫ້​ສາທາລະນະ​ລັດ​ປະຊາທິປະ​ໄຕ​ປະຊາຊົນ​ລາວ​ຈົ່ງ​ຈະ​ເລີນ​ຮຸ່ງ​ເຮືອງ ປະ​ຊາ​ຊົນ​ຢູ່​ເຢັນ​ເປັນ​ສຸກ!