ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-03 15:30:20    
ນາ​ຍົກ​ໄທ​ພົບ​ປະ​ທ່ານ​ຊາວ​ກ່າງ​ຊວນ

cri
ຕາມ​ຂ່າວ cri:ວັນ​ທີ 3 ທັນວາ​ນີ້,ຢູ່​ບາງ​ກອກ,ທ່ານ​ສຸລະ​ຍຸດ ຈູ​ລາ​ນົນ ນາຍົກລັດຖະມົນຕີ​ໄທ​ໄດ້​ພົບ​ປະ​ພົນ​ເອກ​ຊາວ​ກ່າງ​ຊວນ ຮອງ​ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ ທີ່​ປຶກສາ​ແຫ່ງ​ລັດ​ ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ທີ່​ໄປ​ເຂົ້າຮ່ວມງານ​ສະ​ຫລອງ​ວັນ​ພະ​ຊົນ​ພັນ​ສາຂອງ​ເຈົ້າຊີວິດ​ໄທ​ແລະ​ພິທີ​ສວນສະຫນາມ​ຢູ່​ໄທ.

ທ່ານ​ສຸລະ​ຍຸດ​ກ່າວ​ວ່າ, ການ​ຂະຫຍາຍ​ການ​ພົວພັນ​ຮ່ວມ​ມືຍຸດ​ທະ​ສາດ​ ລະຫວ່າງ​ໄທກັບ​ຈີນ​ແມ່ນ​ນະ​ໂຍບາຍ​ທີ່​ຫມັ້ນຫນຽວ​ບໍ່​ປ່ຽນ​ແປງ​ຂອງ​ລັດຖະ ບານ​ໄທ,ລັດຖະບານ​ແລະ​ປະຊາຊົນ​ໄທ​ສຸດ​ທີ່​ຖະຫນຸຖະຫນອມ​ການ​ສະຫນັບສະຫນູນ​ໄທ​ຂອງ​ຈີນ,ຫວັງ​​ເພີ່ມ​ທະວີ​ການ​ໄປມາຫາ​ສູ່​ກັນ​ລະຫວ່າງ​ສອງ​ຝ່າຍ​ໃນ​ທຸກ​ລະດັບ,ລົງ​ເລິກ​ການ​ຮ່ວມ​ມືກັນ​ໃນ​ທຸກ​ຂົງ​ເຂດ.

ທ່ານ​ຊາວ​ກ່າງ​ຊວນ​ໄດ້​ຝາກ​ຄວາມ​ເຄົາລົບ​ນັບຖື​ຢ່າງ​ສູງ​ແລະ​ຄວາມ​ອວຍພອນ​ຢ່າງ​ຈິງ​ໃຈ​ຂອງ​ລັດຖະບານ ປະຊາຊົນ​ແລະ​ກອງທັບ​ຈີນ​ທີ່​ມີ​ຕໍ່​​ເຈົ້າຊີວິດ​ໄທ.ທ່ານ​ຊາວ​ກ່າງ​ຊວນ​ກ່າວ​ວ່າ, ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັບ​ໄທ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ, ພ້ອມ​ກັນ​ຊຸກ​ຍູ້​ມິດຕະພາບ​ແລະ​ການ​ພົວພັນ​ຮ່ວມ​ມື​ກັນ​ລະຫວ່າງ​ຈີນ​ໄທ​​ໃຫ້ຂະຫຍາຍ​ກ້າວສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ.