ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-03 15:32:21    
ການ​ສົນ​ທະ​ນາ​ລະ​ດັບ​ສູງ​​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ຈີນ​ຍີ່​ປຸ່ນ​ຄັ້ງ​ທີ​ສອງ​ຈະ​ຈັດ​ຂຶ້ນ​ຢູ່​ໂຕ​ກຽວ​ກ່ອນ​ທ້າຍ​ປີ 2008

cri
ຕາມ​ຂ່າວສານ​ຊີ​ນຮວາ:ປະກາດ​ແຈ້ງ​ຂ່າວ​ກ່ຽວ​ກັບການ​ສົນທະນາ​ລະດັບສູງ​​ດ້ານ​ເສດຖະກິດ​ລະຫວ່າງ​ຈີນ​ຍີ່​ປຸ່ນ​​ຄັ້ງທຳ​ອິດ​ທີ່​ປະກາດ​ໃນ​ວັນ​ທີ 3 ທັນວາ​ນີ້​​ເຜີຍ​​ໃຫ້​ຮູ້ວ່າ, ຈີນ​ແລະ​ຍີ່​ປຸ່ນ​ເປັນ​ເອກະສັນ​ກັນ​ເຫັນ​ດີ​ໃຫ້​ຈັດການ​ສົນທະນາ​ລະດັບສູງ​​ດ້ານ​ເສດຖະກິດ​ລະຫວ່າງ​ຈີນ​ຍີ່​ປຸ່ນ​ຄັ້ງທີ​ສອງ​ຢູ່​ໂຕ​ກຽວ​ກ່ອນ​ທ້າຍ​ປີ 2008.

ປະກາດ​ແຈ້ງ​ຂ່າວ​ດັ່ງກ່າວ​ໄດ້​ຕີ​ລາຄາ​ຢ່າງ​ຕັ້ງຫນ້າ​ຕໍ່​ການ​ສົນທະນາ​ລະດັບສູງ​ດ້ານ​ເສດຖະກິດ​ລະຫວ່າງ​ຈີນ​ຍີ່​ປຸ່ນ​ຄັ້ງທຳ​ອິດ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 1 ທັນວານີ້,​ໂດຍ​ກ່າວ​ວ່າ, ຍ້ອນ​ເສດຖະກິດ​ຈີນ​ຍີ່​ປຸ່ນນັບ​ມື້​ນັບ​ອີງ​ອາ​ໃສ​ນຳ​ກັນ​ແລະ​ເສດຖະກິດ​ສອງ​ປະ​ເທດ​ມີ​ຄວາມ​ສຳຄັນ​ໃນ​ເສດຖະກິດ​ອາຊີ​ແລະ​ຂອງ​ໂລກ,ສະນັ້ນ, ​ໃນ​ການ​ສົນທະນາ,ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ​ກ່ຽວ​ກັບ​ບັນຫາ​ຕ່າງໆ​ເຊັ່ນ ບັນຫາ​ເສດຖະກິດ​ມະຫາ​ພາກ​ກັບ​ການ​​ລົງທຶນ​ຄ້າ​ການຂອງ​ສອງ​ປະ​ເທດ ບັນຫາ​ສິ່ງ​ແວດ​ລ້ອມ​ແລະ​ພະ​ລັງ​ງານ​ເຊັ່ນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ ບັນຫາ​ເສດຖະກິດ​ພາກ​ພື້ນ​ກໍ່​ຄື​ຂອງ​ໂລກ ​ແລະ​ບັນຫາ​ອື່ນໆ,​ໄດ້​ເພີ່ມ​ຄວາມ​ເຂົ້າ​ໃຈກັນ​ຫລາຍ​ຂຶ້ນ.

ປະກາດ​ແຈ້ງ​ຂ່າວ​ກ່າວ, ສອງ​ຝ່າຍ​​ຮັບ​ຮູ້​ນຳ​ກັນ​ວ່າ​ເສດຖະກິດ​ລະຫວ່າງ​ຈີນກັບ​ຍີ່ປຸ່ນ​ເປັນ​ການ​ພົວພັນ​ທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປ​ະ​ໂຫຍ​ດ.