ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-04 18:00:41    
ໂຄງການ​ສຳ​ຫຼວດດວງ​ຈັນ​ຂອງ​ຈີນ​ເທື່ອ​ນີ້​ບໍ່​ມີ​ຈຸດ​ປະ​ສົງ​ທາງ​ການ​ທະ​ຫານ​ແຕ່​ຢ່າງ​ໃດ

cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 4 ທັນວາ​ນີ້ ຢູ່​ທີ່​ປັກ​ກິ່ງ, ທ່ານ​ເສີນ​ສິວ​ຟ່າ ຮອງ​ປະ​ທານ​ຄະນະ​ກຳມະການ​ອຸດສາຫະກຳ​ວິທະຍາສາດ​ເຕັກນິກ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າວ​ວ່າ, ການ​ພັດ​ທະ​ນາ​ການບິນ​ອະວະກາດ​ຂອງ​ຈີນ ​ໄດ້​ຍຶດໝັ້ນຫຼັກການ​ນຳ​ໃຊ້​ອະວະກາດ​ທາງ​ສັນ​ຕິ​ພາບ​ຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ. ​ໂຄງການ​ສຳ​ຫຼວດດວງ​ຈັນ​ຂອງ​ຈີນ​ເທື່ອ​ນີ້ ບໍ່​ມີ​ຈຸດ​ປະ​ສົງ​ທາງ​ການ​ທະຫານ​ແຕ່​ຢ່າງ​ໃດ, ​ໃນ​ດາວ​ທຽມ​ກໍ​ບໍ່​ມີ​ເຄື່ອງ​ສຳ​ຫຼວດ​ທາງ​ການ​ທະ​ຫານ​ແຕ່​ຢ່າງ​ໃດ.

ຈີນ​ໄດ້​ສົ່ງ​ດາວ​ທຽມສຳ​ຫຼວດດວງ​ຈັນ​ໜ່ວຍ​ທຳ​ອິດ "ສາງ​ເອີ​ເລກ​ໜຶ່ງ" ຂຶ້ນ​ສູ່​ອະ​ວະ​ກາດ ​ເມື່ອ​ວັນ​ທີ 24 ຕຸລາ.

ທ່ານ​ເສີນ​ສິວ​ຟ່າ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ເວັບ​ໄຊ​ລັດ​ຖະ​ບານ​ຈີນ.

ທ່ານ​ເສີນ​ສິວ​ຟ່າ​ເຜີຍ​ໃຫ້​ຮູ້​ວ່າ, ປັດຈຸບັນ, ຈີນ​ໄດ້​ຮ່ວມ​ກັບ 13 ປະ​ເທດ​ ອົງ​ການ​ຈັດ​ຕັ້ງ​ອະວະກາດ ​ແລະ​ອົງການ​ຈັດຕັ້ງສາກົນ ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ດ້ານ​ອະ​ວະ​ກາດ​ສາ​ກົນ​ ຫຼື​ບົດ​ບັນ​ທຶກຊ່ອຍ​ຈຳ​ຄວາມ​ເຂົ້າ​ໃຈ​ກັນ 16 ສະບັບ, ​​ແລະ​ໄດ້​ສ້າງ​ກົນ​ໄກ​ຮ່ວມ​ມື​ການ​ບິນ​ອະ​ວະ​ກາດ ກັບ​ເບຼຊິນ ຝຣັ່ງ ຣັດ​ເຊຍ​ແລະ​ອູ​ແກຼນ.