ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-06 09:59:24    
ທ່ານ​ຢາງ​ເຈ​ສຶ​ເຈລະຈາ​ກັບ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ອັງ​ກິດ

cri Author: lm

ຕາມຂ່າວ CRI: ວັນ​ທີ 5 ທັນວາ​ນີ້ ຢູ່​ທີ່​ລອນ​ດອນ, ທ່ານ​ຢາງ​ເຈ​ສຶ ລັດຖະມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງປະ​ເທດ​ຈີນ​ທີ່​ພວມ​ຢ້ຽມຢາມ​ຢູ່​ອັງກິດ ​ໄດ້​ເຈລະຈາ​ກັບ​ທ່ານ​ເດ​ວິດ ມີ​ລີ​ເບນດ໌ ລັດ​ຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອັງກິດ.

ທ່ານ​ຢາງ​ເຈ​ສຶກ່າວ​ວ່າ, ຈີນ​ອັງກິດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍດ​ພື້ນຖານ​ຂອງ​ປະຊາຊົນ​ທັງ​ສອງ​ປະ​ເທດ, ​ແລະ​ກໍ​ມີ​ຜົນ​ດີ​ຕໍ່​ການ​ປົກ​ປັກຮັກສາ​ສັນ​ຕິ​ພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ໂລກ. ທ່ານ​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ທ່າ​ອ່ຽງ​ຂະ​ຫຍາຍ​ຕົວ​ອັນ​ດີງາມ​ຂອງ​ການ​ພົວພັນ​ລະຫວ່າງ​ຈີນ​ອັງກິດ.

ທ່ານ​ມີ​ລີ​ເບ​ນດ໌ກ່າວ​ວ່າ, ຈີນ​ພັດທະນາ​ຢ່າງ​ວ່ອງ​ໄວ, ອັງກິດ​ໃນ​ຖານະ​ເປັນ​ຄູ່​ຮ່ວມ​ມື​ຂອງ​ຈີນ, ຈະ​ສືບ​ຕໍ່​ອອກ​ແຮງ​​ເຮັດ​ໃຫ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ກ້າງ​ສູ່​ລວງ​ເລິກ.

ຫຼັງ​ການ​ເຈລະຈາ, ທ່ານ​ຢາງ​ເຈ​ສຶ​ແລະ​ທ່ານ​ມີ​ລີ​ເບ​ນດ໌​ໄດ້​ຮ່ວມ​ກັນ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ. ທ່ານ​ມີ​ລີ​ເບ​ນດ໌ຊີ້​ອອກ​ວ່າ, ອັງກິດ​ຍຶດໝັ້ນນະ​ໂຍບາຍ​ຈີນ​ດຽວ, ບໍ່​ສະ​ໜັບ​ສະ​ໜູນ​ເຈົ້າໜ້າ​ທີ່​ໄຕ້​ຫວັນດຳ​ເນີນ "ການ​ຢັ່ງ​ປະຊາ​ມະຕິ​ເພື່ອ​ເຂົ້າ​ເປັນ​ສະມາ​ຊິກ​ອົງ​ການ​ສະ​ຫະ​ປະຊາ​ຊາດ", ບໍ່​ເຫັນ​ດີ​ນຳ​ການ​ກະທຳ​ທີ່​ບໍ່​ສະຕິ​ສຳ​ປະຊັນ​ຍະ.