ຕາມຂ່າວຈາກໜຶງສືພິມເຢັນໝິນຢື້ປ້າວຂອງຈີນສະບັບຕໍ່ຕ່າງປະເທດ: ຫວ່າງມໍ່ໆນີ້ ກົມປ່າໄມ້ແຫ່ງຊາດຈີນແຈ້ງໃຫ້ຊາບວ່າ, ປັດຈຸບັນ, ຈີນໄດ້ສະກັດກັ້ນທ່າອ່ຽງທີ່ດິນຫັນເປັນທະເລຊາຍໂດຍພື້ນຖານແລ້ວ.
ຈີນແມ່ນປະເທດໜຶ່ງທີ່ມີຄວາມອັນຕະລາຍໜັກໜ່ວງກວ່າໝູ່ໃນດ້ານທີ່ດິນຫັນເປັນທະເລຊາຍ. ປັດຈຸບັນ, ທີ່ດິນທີ່ໄດ້ຫັນເປັນທະເລຊາຍຂອງຈີນກວ້າງເຖິງ 2 ລ້ານ 6 ແສນກວ່າກິໂລຕາແມັດ.ແຕ່ລະປີ ບັນຫາທີ່ດິນຫັນເປັນທະເລຊາຍໄດ້ເຮັດໃຫ້ຈີນມີຄວາມເສຍຫາຍໂດຍກົງດ້ານເສດຖະກິດເຖິງຫຼາຍຮ້ອຍລ້ານຢວນ, ໄດ້ຂົ່ມຂູ່ເຖິງຄວາມປອດໄພດ້ານຊີວະພາບແລະການພັດທະນາແບບຍືນຍົງຂອງເສດຖະກິດແລະສັງຄົມຈີນ. ລັດຖະບານຈີນໄດ້ໃຫ້ຄວາມສຳຄັນທີ່ສຸດຕໍ່ການປົວແປງສະພາບການທີ່ດິນຫັນເປັນທະເລຊາຍຕະຫຼອດມາ. ໂດຍສະເພາະແມ່ນໃນຫຼາຍປີມານີ້, ຈີນໄດ້ໃຊ້ຫຼາຍມາດຕະການປ້ອງກັນແລະປົວແປງ, ແລະໄດ້ສ້າງກົດໝາຍ ກົດລະບຽບຫຼາຍສະບັບ ເພື່ອປົວແປງສະພາບການທີ່ດິນຫັນເປັນທະເລຊາຍ. ປັດຈຸບັນ, ຈີນ ໄດ້ຮັບຜົນໃນເບື້ອງຕົ້ນແລ້ວ ໃນການປ້ອງກັນແລະປົວແປງທີ່ດິນ, ເນື້ອທີ່ຂອງທີ່ດິນຫັນເປັນທະເລຊາຍພວມຫຼຸດໜ້ອຍລົງທຸກປີ. ອີງຕາມແຜນການຂອງລັດຖະບານຈີນ, ຮອດປີ 2020, ເນື້ອທີ່ທີ່ດິນຫັນເປັນທະເລຊາຍຂອງຈີນມີປະມານ 50% ຈະໄດ້ຮັບການປົວແປງຢ່າງບັງເກີດຜົນ.
|