ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-07 10:25:35    
ນາຍົກ​ລັດ​ຖະ​ມົນ​ຕີອັງ​ກິດ​ພົບ​ປະລັດ​ຖະ​ມົນຕີ​ການ​ຕ່າງ​ປະ​ເທດ​ຈີນ

cri Author: cai

ຕາມ​ຂ່າວ​ສານ​ຊີນ​ຮວາ:​ວັນ​ທີ 6 ທັນ​ວາ​ນີ້,ຢູ່​ທຳ​ນຽບ​ນາ​ຍົກ​ລັດ​ຖະມົນ​ຕີທີ່​​ເລກ 10 ຖະ​ໜົນ​ດາວ​ນີງ​ທີ່​ລອນ​ດອນ,ທ່ານ​ກໍ​ດັນ ບຼອວ ນາ​ຍົກ​ລັດ​ຖະມົນ​ຕີ​ອັງ​ກິດ​ໄດ້​ພົບ​ປະ​ກັບ​ທ່ານ​ຢາງ​ເຈຍ​ຊື ລັດຖະ​ມົນຕີ​ການ​ຕ່າງ​ປະ​ເທດ​ຈີນ.

ທ່ານ​ບຼອວ​ກ່າວ​ວ່າ,ການ​ພົວພັນ​ລະຫວ່າງ​ອັງກິດ​ກັບ​ຈີນຂະ​ຫຍາຍຕົວ​ຢ່າງ​ແຂງ​ແຮງ,ວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ອັງກິດ​ມີ​ຄວາມ​ປາຖະ​ໜາ​ຢ່າງ​ແຮງ​ກ້າ​ຕໍ່​ການ​​ເປີດ​ກວ້າງ​ການ​ພົວ​ພັນ​ດ້ານ​ເສດ​ຖະກິດ​ການ​ຄ້າ​ກັບ​ຈີນ.ຝ່າຍ​ອັງກິ​ດກໍ່​ຍິນ​ດີ​ຕ້ອນ​ຮັບ​ວິ​ສາ​ຫະກິດ​ຈີນ​ມາ​ລົງທຶນ​ຢູ່​ອັງກິດ.ທ່ານ​ບຼອວກ່າວ​ວ່າ,ຢາກໄປ​ຢ້ຽມຢາມ​ຈີນ,ພ້ອມ​ກັນ​ກັບ​ຜູ້ນຳຈີນ,​ຊຸກຍູ້​ໃຫ້​ການ​ພົວພັນ​ລະຫວ່າງ​ອັງກິດ​ກັບ​ຈີນ​ໄດ້​ຮັບ​ການ​ປັບປຸງ​ແລະ​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ຢາງ​ເຈຍ​ຊືກ່າວ​ວ່າ,ການ​ຂະ​ຫຍາຍ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອັງກິດມີ​ໂອກາດ​ຂະຫຍາຍຕົວ​ອັນ​ສຳຄັນ.ລັດຖະບານ​ຈີນ​ຍິນ​ດີ​ຖື​ໂອກາດ​ທີ່ທ່ານນາຍົກ​ອັງກິດ​ຢ້ຽມຢາມ​ຈີນ​ໃນ​ປີໜ້າ,ຊຸກຍູ້​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຮອບ​ດ້ານ​ລະຫວ່າງ​ຈີນ​ກັບ​ອັງກິດ​ຂະຫຍາຍຕົວ​ຢ່າງ​ຍາວ​ນານ ໜັກ​ແໜ້ນ​ແລະ​ປອດ​​ໃສ.

ທ່ານ​ບຼອວກ່າວ​ເນັ້ນ​ວ່າ,ອັງກິດ​ປະຕິບັດ​ນະ​ໂຍບາຍ​ຈີນ​ດຽວ​ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ,ທ່ານ​ຢາງ​ເຈຍ​ຊື​ໄດ້​ສະ​ແດງ​ຄວາມ​ຊົມເຊີຍ​ຕໍ່ທ່າ​ທີດັ່ງ​ກ່າວ​.

ທ່ານ​ບຼອວ​ຕີ​ລາຄາ​ຢ່າງ​ຕັ້ງ​ໜ້າ​ຕໍ່​ຈີນ​ທີ່​ໄດ້​ເສີມ​ຂະ​ຫຍາຍ​ບົດບາດ​ທີ່​ມີ​ລັກສະນະ​ສ້າງສັນ​ໃນ​ບັນ​ຫາ​ພາກ​ພື້ນ​ແລະ​ສາກົນ​ຕ່າງໆ​ເຊັ່ນ​ບັນ​ຫາ​ດາ​ຟູ​ຊູ​ດັງ​ເປັນ​ຕົ້ນ.ສອງ​ຝ່າຍ​ເຫັນ​ດີ​ຮັກສາ​ການ​ປຶກສາ​ຫາລື​ແລະ​ປະສານ​ງານ​ຢ່າງ​ໃກ້ຊິດ​ໃນ​ວຽກ​ງານ​ສາກົນ.