ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-07 11:23:30    
ທ່ານ​ຫູ​ຈິນທາວ​ໂທລະສັບ​ລົມ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ຕອນ​ຄ່ຳ​ວັນ​ທີ 6 ທັນວາ​ນີ້, ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ໄດ້​ ​​ໂທລະສັບລົມກັບທ່ານບຸສ ປະທານາທິບໍດີ​ອາ​ເມ​ລິ​ກາ.

ທ່ານ​ຫູ​ຈິນທາວ​ກ່າວ​ວ່າ, ​ໃນ​ປີ 2007 ທີ່​ຈະ​ຜ່ານ​ພົ້ນໄປ​ນີ້, ການ​ພົວພັນ​ລະ​ຫວ່າງ​ຈີນ​ອາ​ເມ​ລິ​ກາ​ໄດ້​ຂະຫຍາຍຕົວ​ຕື່ມ​ອີກ. ຝ່າຍ​ຈີນ​ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ອາ​ເມ​ລິ​ກາ​ທຳ​ຄວາມ​ພະ​ຍາ​ຍາມ, ຊຸກ​ຍູ້​ການ​ເຈລະຈາ​ເພື່ອ​​ໃຫ້​ມີ​ຄວາມ​ເປັນ​ເອກະ​ພາບ​ກັນ​ຫຼາຍ​ກວ່າ​ເກົ່າ ​ແລະ​ປະ​ກອບ​ສ່ວນ​ອັນ​ໃໝ່​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ພົວພັນ​ຮ່ວມ​ມື​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ລະ​ຫວ່າງ​ຈີນ​ອາ​ເມ​ລິ​ກາ​ຢ່າງຮອບດ້ານ.

ທ່ານ​ຫູ​ຈິ​ນທ່າວ​ຊີ້​ອອກ​ວ່າ, ການ​ແກ້​ໄຂ​ບັນຫາ​ໄຕ້​ຫວັນ​ແມ່ນ​ຂໍ​ກະ​ແຈ​ໃນ​ການ​ຮັບ​ປະກັນ​ໃຫ້ການ​ພົວພັນ​ລະຫວ່າງ​ຈີນ​ອາ​ເມ​ລິ​ກາ​ຂະຫຍາຍຕົວ​ຢ່າງ​ໝັ້ນ​ທ່ຽງ​ແລະ​ປອດ​ໃສ. ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ພວມ​ຊຸກ​ຍູ້ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ໃຫ້​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ​ ​ເຊັ່ນ "ການ​ຢັ່ງ​ປະຊາ​ມະຕິ​ເພື່ອ​ເຂົ້າ​ເປັນ​ສະມາຊິກ​ອົງການ​ສະຫະ​ປະຊາ​ຊາດ" ​ເປັນ​ຕົ້ນ ຢ່າງ​ຮ້າຍ​ແຮງ​ກວ່າ​ເກົ່າ, ​ເປັນ​ການ​ຂົ່ມຂູ່​ແລະ​ທ້າ​ທາຍ​ຕໍ່​ສັນຕິພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ຊ່ອງ​ແຄບ​ໄຕ້​ຫວັນ​ຢ່າງ​ໜັກໜ່ວງ. ​ເດັດດ່ຽວ​ຄັດຄ້ານ​ແລະ​ສະກັດ​ກັ້ນ​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ​, ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຢູ່​ຊ່ອງ​ແຄບ​ໄຕ້​ຫວັນ, ສອດຄ່ອງ​ກັບ​ຜົນ​ປະ​ໂຫຍດ​ດ້ານ​ຍຸດ​ທະ​ສາດ​ຮ່ວມ​ຂອງ​ຈີນ​ອາ​ເມ​ລິ​ກາ.

ທ່ານ​ບຸ​ສກ່າວ​ວ່າ, ການ​ພົວພັນ​ລະຫວ່າງ​​ອາ​ເມ​ລະກາ​ຈີນແມ່ນ​ສຳຄັນ​ຫຼາຍ, ຝ່າຍ​ອາ​ເມ​ລິ​ກາ​​ໃຫ້ຄວາມສຳຄັນ​ໃນ​ລະດັບ​ສູງ. ການ​ເຈລະຈາ​ດ້ານ​ເສດຖະກິດຍຸດ​ທະ​ສາດ​ ​ແລະ​ການ​ເຈ​ລະ​ຈາດ້ານ​ຍຸດ​ທະ​ສາດລະຫວ່າງ​ອາ​ເມ​ລິ​ກາກັບຈີນ ​ແມ່ນ​ຊ່ອງ​ທາງ​ສຳ​ເລັດ​ຜົນ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ, ຫວັງ​ວ່າການ​ເຈລະຈາ​ຈະ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຫຼາຍ​ກວ່າ​ເກົ່າ. ທ່ານ​ບຸ​ສກ່າວ​ວ່າ, ຝ່າຍ​ອາ​ເມ​ລິ​ກາ​ຈະ​ຮ່ວມ​ມື​ກັບ​ຝ່າຍ​ຈີນ​ໃນ​ບັນຫາ​ໄຕ້​ຫວັນ.

ນອກ​ນີ້, ຜູ້ນຳ​ທັງ​ສອງ​ທ່ານ​ຍັງ​​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ຂອງ​ແຫຼມ​ເກົາຫຼີ​ແລະ​ບັນຫາ​ນິວ​ເຄຼຍຂອງ​ອີຣານ.