|
 |
(GMT+08:00)
2007-12-07 17:27:39
|
ຈີນສົ່ງເສີມພັດທະນາພະລັງງານຊີວະຊາດທີ່ບໍ່ໃຊ້ທັນຍາຫານ
cri
ຕາມຂ່າວສານຊີນຮວາ: ວັນທີ 6 ທັນວານີ້,ໃນກອງປະຊຸມວັດຖຸເຊື້ອໄຟຂອງຈີນທີ່ຈັດຂຶ້ນຢູ່ປັກກິ່ງ, ເຈົ້າຫນ້າທີ່ກົມພັດທະນາເສດຖະກິດຂອງກະຊວງການເງິນຈີນກ່າວວ່າ, ນະໂຍບາຍສະຫນັບສະຫນູນພະລັງງານຊີວະຊາດທີ່ບໍ່ໃຊ້ທັນຍາຫານຂອງລັດຖະບານໄດ້ຄົບຖ້ວນສົມບູນຂຶ້ນໂດຍພື້ນຖານ,ແລະຈະໃຫ້ການສະຫນັບສະຫນູນດ້ານການເງິນແລະສ່ວຍສາອາກອນແກ່ວິສາຫະກິດຕາມປັດໄຈຕ່າງໆເຊັ່ນເຕັກນິກ ການອະນຸລັກສິ່ງແວດລ້ອມແລະການສິ້ນເປືອງພະລັງງານເປັນຕົ້ນ.
ພະລັງງານຊີວະຊາດຕົ້ນຕໍແມ່ນຫມາຍເຖີງນ້ຳມັນກາຊວນຊີວະຊາດແລະເຫລົ້າ 90 ທີ່ເປັນເຊື້ອໄຟ,ແມ່ນຊ່ອງທາງສຳຄັນທີ່ເຂົ້າແທນຊັບພະຍາກອນນ້ຳມັນເຊື້ອໄຟ,ແລະກໍ່ແມ່ນຈຸດຫນັກຂອງການພັດທະນາພະລັງງານໄລຍະກາງແລະຍາວຂອງຈີນ.
ປັດຈຸບັນ, ຈີນໄດ້ສ້າງໂຄງການເຫລົ້າ 90 ເຊື້ອໄຟ 4 ໂຄງການແລ້ວ, ປະລິມານການຜະລິດໃນ ປີ 2006 ມີປະມານ 1 ລ້ານ 3 ແສນໂຕນ.
|
|
|