ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-09 18:58:29    
ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ພົບ​ປະ​ທ່ານ​ຢາງ​ເຈ​ຊື

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ8​ທັນວາ​ນີ້,ຢູ່​ນະຄອນ​ຫຼວງກົວ​ລາ​ລຳ​ເປີ,ທ່ານ​ອາບ​ດູນ​ລາ ຮາ​ຈີ ອາ​​ມາດ ບາ​ດາ​ວີ ນາຍົກລັດຖະມົນຕີມາ​ເລ​ເຊຍ​ໄດ້​ພົບ​ປະ​ທ່ານ​ຢາງ​ເຈ​ຊື ລັດ​ຖະ​ມົນ​ຕີ​ວ່າ​ການ​ກະຊວງ​ກາ​ນຕ່າງປະ​ເທດ​ຈີນ.

ທ່ານ​ບາ​ດາ​ວີ​ກ່າວ​ວ່າ,ສອງ​ປະ​ເທດ​ໄດ້​ຮັບ​ໝາກຜົນ​ຢ່າງ​ເດັ່ນ​ຊັດ​ໃນ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ.ມາ​ເລ​ເຊຍ​ຖະໜຸຖະໜອມ​ການ​ພົວພັນ​ຍຸດ​ທະ​ສາດ​ກັບ​ຈີນ,ຍຶດໝັ້ນ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ປະ​ເທດ​ຈີນ​ດຽວ,ສະໜັບສະໜູນ​ຫຼັກໝັ້ນຂອງ​ຈີນ​ໃນບັນຫາ​ໄຕ້​ຫວັນ.ທ່ານ​ບາ​ດາ​ວີ​ຍັງ​ກ່າວ​ວ່າ,ຈີນ​ແມ່ນ​​ເພື່ອນ​ມິດ​ແລະ​ຄູ່​ຂາ​ຂອງ​ອາ​ຊຽນ,ມາ​ເລ​ເຊຍ​ຍິນ​ດີ​ຕ້ອນຮັບ​ຈີນ​ເຂົ້າ​ຮ່ວມ​ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າກັນ​ຂອງ​ອາ​ຊຽນ,​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ອາ​ຊຽນກັບ​ຈີນ​ໃນ​ທຸກ​ຂົງ​ເຂດ.

ທ່ານ​ຢາງ​​ເຈ​ຊືກ່າວ​ວ່າ,ຫຼາຍປີ​ມາ​ນີ້,ການ​ພົວພັນ​ລັກສະນະ​ຍຸດ​ທະ​ສາດ​ຢ່າງ​ຮອບ​ດ້ານ​ລະ​ຫວ່າງ​ຈີນ​ກັບ​ມາ​ເລ​ເຊຍ​ໄດ້​ຮັບ​ຄວາມຄືບ​ໜ້າ​ສຳຄັນ,ຈີນ​ຍິນ​ດີ​ພ້ອມ​ກັບ​ມາ​ເລ​ເຊຍ,ຮັກສາ​ການ​ໄປມາຫາສູ່​ກັນ​ລະຫວ່າງ​ຜູ້​ນຳ​ຂັ້ນສູງ​ຂອງສອງ​ປະ​ເທດ,​ເລັ່ງ​ລັດ​ວາງ​ແຜນ​ການ​ດຳ​ເນີນ​ງານ​ຂອງ​ການ​ຮ່ວມ​ມມື​ລັກສະນະ​ຍຸ​ດທະ​ສາດ,ຮັກສາ​ການ​ປະສານ​ສົມທົບ​ເປັນ​ຢ່າງ​ດີ​ໃນ​ວຽກ​ງານ​ສາກົນ​ແລະ​ພາກ​ພື້ນ,ຊຸກຍູ້​​ໃຫ້ການ​ພົວພັນ​ສອງ​ປະ​ເທດ​ລົງ​ສູ່​ລວງ​ເລິກ.

ຫຼັງຈາກ​ນັ້ນ,ທ່ານ​ຢາງ​ເຈ​ຊື​ໄດ້​ເຈລະຈາ​ກັບ​ທ່ານ​ຊາ​ອິດ ຮາມິດ ອານ​ບາ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ມາ​ເລ​ເຊຍ.