ລັດຖະມົນຕີວ່າການກະຊວງການເງິນຈີນກ່າວວ່າ,ການເຈລະຈາເສດຖະກິດຍຸດທະສາດຈີນອາເມລິກາມີຄວາມໝາຍສຳຄັນຕໍ່ການເສີມສ້າງຄວາມໄວ້ເນື້ອເຊື່ອໃຈກັນດ້ານຍຸດທະສາດລະຫວ່າງຈີນກັບອາເມລິກາ
cri
Author: shuo
ຕາມຂ່າວສານຊິນຮວາ:ທ່ານເຊ້ຊູ້ເຢິນ ລັດຖະມົນຕີວ່າການກະຊວງການເງິນຈີນກ່າວຢູ່ທີ່ປັກກິ່ງວ່າ,ຈີນອາເມລິກາເປັນເອກະສັນກັນເຫັນວ່າ,ການເຈລະຈາເສດຖະກິດຍຸດທະສາດລະຫວ່າງຈີນກັບອາເມລິກາມີຄວາມໝາຍອັນສຳຄັນຕໍ່ການເສີມສ້າງຄວາມໄວ້ເນື້ອເຊື່ອ ໃຈກັນດ້ານຍຸດທະສາດລະຫວ່າງລັດຖະບານສອງປະເທດ,ແລະຮັບປະກັນການພົວພັນຮ່ວມມືທີ່ມີລັກສະນະສ້າງສັນລະຫວ່າງຈີນກັບອາເມລິກາໃຫ້ພັດທະນາໄປໜ້າຢ່າງບໍ່ຢຸດ ຢັ້ງ.
ທ່ານເຊ້ຊູ້ເຢິນແມ່ນໃຫ້ທັດສະນະດັ່ງກ່າວໃນເວລາໃຫ້ສຳພາດຕໍ່ນັກຂ່າວກ່ອນການເຈລະຈາເສດຖະກິດຍຸດທະສາດຈີນອາເມລິກາຄັ້ງທີສາມ.
ທ່ານເຊ້ຊູ້ເຢິນກ່າວວ່າ,ການເຈລະຈາເສດຖະກິດຍຸດທະສາດຈີນອາເມລິກາຈະຈັດຂຶ້ນຢູ່ປັກກິ່ງແຕ່ວັນທີ12ຫາວັນທີ13ທັນວານີ້,ປະຈຸບັນນີ້,ວຽກງານກ່ຽວກັບການເຈລະຈາຄັ້ງນີ້ໄດ້ກຽມພ້ອມແລ້ວ.
ໂດຍແນໃສ່ຍັດຕິກ່ຽວພັນເຖິງເສດຖະກິດການຄ້າກັບຈີນ50ກວ່າສະບັບທີ່ສະມາຊິກຈຳນວນໜຶ່ງຂອງລັດຖະສະພາອາເມລິກາສະເໜີອອກມາແຕ່ຕົ້ນປີນີ້ມາ,ທ່ານເຊ້ຊູ້ເຢິນກ່າວວ່າ,ຖ້າວ່າຍັດຕິເຫຼົ່ານີ້ໄດ້ຮັບການຜ່ານຮັບຮອງ,ຈະທຳລາຍການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນກັບອາເມລິກາຢ່າງຮ້າຍແຮງ,ໃນທີ່ສຸດກໍຈະທຳລາຍຜົນປະໂຫຍດຂອງອາເມລິກາເອງ.
|
|