ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-09 19:26:08    
ປີ​2008,​ອົງ​ການ​ປົກ​ຄອງ​ເຂດ​ກວາງ​ຊີ​ຈະ​ມອບ​ທຶນ​ການ​ສຶກ​ສາ​ໃຫ້​ແກ່​ນັກ​ສຶກ​ສາ​ລາວ​30​ຄົນ

cri Author: shuo
ຕາມ​ຂ່າວສາ​ນຊິນ​ຮວາ:ຫວ່າງ​ມໍ່ໆ​ນີ້,ນັກ​ຂ່າວ​ໄດ້​ຊາບ​ຈາກ​ພາກສ່ວນ​ການ​ເງິນ​ຂອງ​ເຂດ​ກວາງ​ຊີ​ຈີນ​ວ່າ,​ເພື່ອ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມືກັນ​ດ້ານ​ວັດທະນະທຳການ​ສຶກສາ​ລະຫວ່າງ​ເຂດ​ກວາງ​ຊີ​ກັບ​ລາວ,ປີ2008,ທຶນ​ການ​ສຶກສານັກ​ສຶກສາລາ​ວອົງການ​ປົກຄອງ​ເຂດ​ກວາງ​ຊີທີ່​ສ້າງຕັ້ງຂຶ້ນ​ເມື່ອ​ປີ2007ນັ້ນຈະ​ຈັດ​ວາງ8​ແສນ4​ໝື່ນ5​ພັນ3​ຮ້ອຍ​ຢວນ​ເປັນ​ທຶນ​ການ​ສຶກສາ​ສຳລັບນັກ​ສຶກສາລາ​ວ30ຄົນ.

ຂ່າວ​ແຈ້ງວ່າ,ປີ2007,ທຶນການ​ສຶກສາ​ດັ່ງກ່າວ​ໄດ້​ຈັດ​ວາງ​5​ແສນ4​ໝື່ນ3​ພັນ5​ຮ້ອຍ​ຢວນ​ເປັນ​ທຶນການ​ສຶກສາ​ສຳລັບນັກ​ສຶກສາລາ​ວ20ຄົນ​ເມື່ອ​ປີ2007.

ມາດຖານ​ທຶນການ​ສຶກສາ​ທີ່​ອົງການ​ປົກຄອງ​ເຂດ​ກວາງຊີ​ຈີນ​ມອບ​ໃຫ້​ແກ່ນັກ​ສຶກສາລາ​ວຜູ້​ມາ​ຮຽນ​ພາສາ​ຈີນ​ແມ່ນ2​ໝື່ນ4​ພັນ2​ຮ້ອຍ10​ຢວນຕໍ່​ປີ,ມາ​ດຖານສຳລັບນັກ​ສຶກສາ​ປະລິ​ຍາ​ຕີ​ແມ່ນ2​ໝື່ນ6​ພັນ9​ຮ້ອຍ60​ຢວນຕໍ່​ປີ,ມາດຖານ​ຂອງ​ນັກ​ສຶກສາ​ປະລິຍາ​ໂທ​ແມ່ນ3​ໝື່ນ4​ພັນ9ຮ້ອຍ60​ຢວນຕໍ່​ປີ,ຕົ້ນຕໍ​ໃຊ້​ເປັນ​ຄ່າ​ຮຽນ ຄ່າ​ຄອງ​ຊີບ​ແລະຄ່າ​ຫ້ອງ​ພັກຂອງ​ນັກ​ສຶກສາ ລາວ​ໃນ​ເວລາ​ຮຽນ​ຢູ່​ເຂດ​ກວາງ​ຊີ​ຈີນ.