|
![](/images/spacer.gif) |
(GMT+08:00)
2007-12-10 11:37:28
|
![](/images/shim.gif) |
ຈີນຈະອອກແຮງຍົກກຳລັງແຂ່ງຂັນສາກົນຂອງຜະລິດຕະພັນຈີນໃຫ້ສູງຂຶ້ນ
cri
Author: shuo
ຕາມໜັງສືພິມເຢິນມີນຢື້ປ້າວ:ວັນທີ9ທັນວານີ້,ຢູ່ທີ່ປັກກິ່ງ,ທ່ານຈຽງເຈີ້ງຮວາ ຮອງປະທານຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນກ່າວວ່າ,ຜະລິດຕະພັນທີ່ຜະລິດຢູ່ຈີນຈະສືບຕໍ່ຊັກນຳເສດຖະກິດຈີນ,ຖານະຂອງຈີນທີ່ເປັນສູນຂະແໜງການຜະລິດຂອງໂລກຈະໝັ້ນຄົງຕື່ມອີກ,ພ້ອມກັນນັ້ນ,ຜະລິດຕະພັນທີ່ຜະລິດຢູ່ຈີນຕ້ອງເພີ່ມທະວີການປະດິດສ້າງເອົາເອງ,ອອກແຮງຍົກກຳລັງແຂ່ງຂັນສາກົນໃຫ້ສູງຂຶ້ນ.
ໃນກອງປະຊຸມປະຈຳປີ2007ຂອງເວທີປຶກສາຫາລືຂະແໜງການຜະລິດຈີນທີ່ຈັດຂຶ້ນໃນວັນທີ9ທັນວານີ້,ທ່ານຈຽງເຈີ້ງຮວາກ່າວວ່າ,ທ່າແຮງຂອງຈີນທີ່ເປັນປະເທດໃຫຍ່ດ້ານການຜະລິດນັ້ນຈະສືບຕໍ່ເສີມຂະຫຍາຍອອກຢ່າງເດັ່ນຊັດໃນ10ປີຕໍ່ໜ້າຈົນກະທັ້ງເວລາຍາວກວ່ານັ້ນອີກ.ແຕ່ວ່າ,ຄວາມສາມາດປະດິດສ້າງບໍ່ພຽງພໍແມ່ນບ່ອນອ່ອນແອຂອງຂະແໜງການຜະລິດຂອງຈີນ.
ທ່ານຈຽງເຈີ້ງຮວາກ່າວເນັ້ນວ່າ,ຕ້ອງອາໄສການປະດິດສ້າງວິທະຍາສາດເຕັກນິກມາບົ່ມເພາະຍີ່ຫໍ້ຂອງຈີນ,ປ່ຽນແປງສະພາບການທີ່ເຕັກນິກການຜະລິດຂອງຈີນອາໄສຕ່າງປະເທດຫຼາຍເກີນໄປ.ເພື່ອຊຸກຍູ້ການພັດທະນາຂະແໜງການຜະລິດຂອງຈີນ,ຈີນຕ້ອງການມີວິສາຫະກິດການຜະລິດລະດັບໂລກແລະຍີ່ຫໍ້ລະດັບໂລກງວດໃຫຍ່.
|
|
|