ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-10 15:18:22    
ຈີນສົ່ງ​ເສີມ​ໃຫ້​ວິ​ສາ​ຫະກິດ​ໃຫຍ່​ໃຊ້​ຊອັຟ​ແວທີ່​ມີ​ລິຂະ​ສິດໄດ້​ຮັບ​ປະ​ສິດທິ​ຜົນ​ຢ່າງ​​ເດັ່ນ​ຊັດ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 10 ທັນວາ​ນີ້,ຢູ່​ປັກ​ກິ່ງ,ທ່ານຫຼີວ​ປີ່ນເຈຍ ຫົວໜ້າ​ກົມລິຂະ​ສິດ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,ປະຈຸ​ບັນ,​ໃນ​ທົ່ວ​ປະ​ເທດ​ຈີນ,ມີ​ວິ​ສາ​ຫະກິດ​ໃຫຍ່​ເກືອບ 1500 ​ແຫ່ງໄດ້​​ເລີ່​ມໃຊ້​ຊອັຟ​ແວທີ່​ມີ​ລິ​ຂະ​ສິດ.

ຈີນ​ເລີ່ມ​ສົ່ງ​ເສີມ​ໃຫ້​ວິ​ສາ​ຫະກິດ​ໃຊ້​ຊອັຟ​ແວທີ່​ມີ​ລິ​ຂະ​ສິດ​ຢ່າງ​ຮອບ​ດ້ານ​ນັບ​ແຕ່​ປີ 2006 ​​ເປັນ​ຕົ້ນ​ມາ.ກ່ອນ​ໜ້າ​ນີ້,ນັບ​ແຕ່​ປີ 2001 ​ເປັນ​ຕົ້ນ​ມາ,ຈີນ​ໄດ້​ໃຊ້​ເວລາ​ບໍ່​ຮອດ 3 ປີສຳ​ເລັດ​ວຽກ​ງານ​ໃຫ້​ລັດຖະບານ​ກາງ ອຳນາດ​ການ​ປົກ​ຄອງຂັ້ນ​ແຂວງ​ແລະຂັ້ນ​ເມືອງ​ໃຊ້​ຊອັຟ​ແວທີ່​ມີ​ລິ​ຂະ​ສິດ.

ທ່ານ​ຫຼີວ​ປີ່​ນ​ເຈຍ​ຍັງ​ບອກ​ວ່າ,ປີ 2006 ​ແລະ​ປີ 2007,ຈີນ​ໄດ້​ສຸມ​ກຳລັງ​ໂຈມ​ຕີ​ການ​ຕິດ​ຕັ້ງ​ຊອັຟ​ແວ​​ໃສ່ຄອມ​ພີ​ວ​ເຕີ​ຢ່າງ​ຜິດ​ກົດ​ໝາຍ​ໂດຍ​ຈຳ​ເພາະ​ພາຍ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ຢ່າງ​ລຽນ​ຕິດ,​ໄດ້​ສ້າງ​ສະພາບ​ແວດ​ລ້ອມ​ຕະຫຼາດ​ພາຍ​ນອກ​ອັນ​ດີງາມ​ໃຫ້​ການ​ພັດທະນາ​ຂະ​ແໜງ​ການ​ຊອັຟ​ແວ​ຢ່າງ​ປອດ​ໄສ​ແລະ​ວຽກ​ງານສົ່ງ​ເສີມການ​ນຳ​ໃຊ້​ຊອັຟ​ແວ​ທີ່​ມີ​ລິ​ຂະ​ສິດ.