ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-10 15:34:32    
ຊອກ​ດາ​ນີແລະ​ຊີ​ເລຍ​ກ່າວ​ເນັ້ນ​ວ່າ ຄວນ​ແກ້​ໄຂ​ການ​ປະ​ທະ​ກັນ​ລະ​ຫວ່າງ​ປະ​ເທດ​ອາ​ລາບ​ກັບ​ອິສ​ຣາ​ແອນ​ຢ່າງ​ທ່ຽງ​ທຳ​ແລະ​ຮອບ​ດ້ານ

cri Author: lm

ຕາມ​ຂ່າວ​ CRI: ວັນ​ທີ 9 ທັນວາ​ນີ້, ທ່ານ​ຊາ​ລາ​ຮ໌ດິນ ບາ​ເຊີ ລັດຖະມົນ​ຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ​ຊອກ​ດາ​ນີ ​ແລະ​ທ່ານ​ວາລິ​ດ ອານ ​ໂມ​ນາ​ເລ​ມ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ​ຊີ​ເລຍ​ທີ່​ມາ​ຢ້ຽມຢາມ​ໄດ້ຮ່ວມກັນ​ກ່າວ​ເນັ້ນ​ວ່າ, ຄວນ​ແກ້​ໄຂ​ການ​ປະ​ທະ​ກັນ​ລະຫວ່າງ​ປະ​ເທດ​ອາ​ລາບ​ກັບ​ອິສຣາ​ແອນ​ຢ່າງ​ທ່ຽງ​ທຳ​ແລະ​ຮອບດ້ານ ບົນ​ພື້ນຖານ​ຂອງ​ຂໍ້​ລິ​ເລີ່​ມສັນຕິພາບ​ອາ​ລາບ ​ແລະ​ມະຕິ​ສາກົນ​ທີ່​ກ່ຽວ​ຂ້ອງ​ທີ່​ຮັບປະກັນ​ກູ້​ເອົາ​ດິນ​ແດນ​​ປາ​ເລັສຕິນ ຊີ​ເລຍ​ແລະ​ລີ​ບັງ ​ທີ່​ຖືກ​ອິສຣາ​ແອນ​ຍຶດ​ຄອງ​ນັ້ນ​ຄືນ​ທັງ​ໝົດ.

ອີງ​ຕາມ​ຖະ​ແຫຼ​ງການ​ທີ່​ກະຊວງ​ການ​ຕ່າງປະ​ເທດ​ຊອກ​ດາ​ນີ​ປະ​ກາດ​ໃນ​ມື້​ດຽວ​ກັນ, ທ່ານ​ບາ​ເຊີ​ແລະ​ທ່ານ​ໂມ​ນາ​ເລ​ມກ່າວ​ຢ້ຳວ່າ, ສະໜັບສະໜູນ​ປະ​ເທດ​ອາ​ລາບ​ແລະ​ປະ​ຊາ​ຄົມ​ໂລກ​ທຳ​ຄວາມ​ພະຍາຍາມ​ເພື່ອ​ສະໜັບສະໜູນ​ປາ​ເລັສຕິນສ້າງ​ຕັ້ງ​ປະ​ເທດ​ປາ​ເລັສ​ຕິນ​ທີ່​ເປັນ​ເອກະລາດ​ໂດຍ​ຖື​ເຢຣູຊາ​ເລັມ​ເປັນ​ນະຄອນຫຼວງ ພາຍ​ໃນ​ຂະ​ບວນ​ວິ​ວັດ​ສັນ​ຕິ​ພາບ​ຕາ​ເວັນ​ອອກ​ກາງ​ແລະຂອບ "​ແຜນການ​ແກ້​ໄຂ​ລະຫວ່າງ​ສອງ​ປະ​ເທດ".

ທ່ານ​ບາ​ເຊີ​ແລະ​ທ່ານ​ໂມ​ນາ​ເລ​ມກ່າວ​ວ່າ, ຊອກ​ດາ​ນີ​ແລະ​ຊີ​ເລຍ​ຈະ​ຮັດ​ແໜ້ນ​ການ​ຮ່ວມ​ມື​ແລະ​ປະສານ​ງານ​ກັນ, ເພື່ອຊຸກ​ຍູ້​ໃຫ້​ກອງ​ປະຊຸມ​ສຸດ​ຍອດ​ສັນ​ນິ​ບາດ​ປະ​ເທດ​ອາ​ລາບ​ທີ່​ຈະ​​ໄຂ​ຂຶ້ນຢູ່​ດາ​ມາສ ນະຄອນຫຼວງ​ຊີ​ເລຍ​ໃນ​ປີໜ້ານັ້ນ ​ໄດ້​ຮັບ​ຜົນ​ສຳ​ເລັດ, ກອງ​ປະ​ຊຸມ​ຈະ​ອອກ​ແຮງ​ຊຸກ​ຍູ້​ຫຼັກ​ໝັ້ນຂອງ​ປະ​ເທດ​ອາ​ລາບ​ໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຂອງ​​ພາກ​ພື້ນ​ແລະ​ສາກົນ​ໃຫ້​ເປັນ​ເອກະ​ພາບ​ກັນ.