ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-11 16:12:04    
ຈີນ​ມີ​ສິດ​ອະທິປະ​ໄຕ​ເໜືອ​​ເກາະ​ຕ່າງໆ​ຢູ່​ທະ​ເລ​ຈີນ​ໃຕ້​ແລະ​ເຂດ​ທະ​ເລ​ມໍ່​ເກາະ​ເຫຼົ່າ​ນັ້ນ​ທີ່​ຖົກ​ຖຽງ​ກັນ​ບໍ່​ໄດ້

cri Author: lm

ຕາມ​ຂ່າວ CRI: ທ່ານ​ສິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ກ່າວ​ຢູ່​ປັກ​ກິ່ງ​ວ່າ, ຈີນ​ມີ​ສິດ​ອະທິປະ​ໄຕ​ເໜືອ​​ເກາະ​ຕ່າງໆ​ຢູ່​ທະ​ເລ​ຈີນ​ໃຕ້​ແລະ​ເຂດ​ທະ​ເລ​ມໍ່​ເກາະ​ເຫຼົ່າ​ນັ້ນ ທີ່​ຖົກ​ຖຽງ​ກັນບໍ່​ໄດ້, ນີ້​ແມ່ນ​ຫຼັກ​ໝັ້ນຕະຫຼອດ​ມາ​ຂອງ​ລັດ​ຖະ​ບານ​ຈີນ.

ຕາມ​ຂ່າວ​ແຈ້ງວ່າ, ວັນ​ທີ 9 ທັນວາ​ນີ້, ຢູ່​ນະຄອນ​ຮາ​ໂນ​ຍ​ແລະ​ນະຄອນ​ໂຮ​ຈິ​ມິ່ນ​ຂອງ​ຫວຽດ​ນາມ​ໄດ້​ເກີດ​ມີ​ການ​ເຄື່ອນ​ໄຫວ​ປະ​ທ້ວງ​ແລະ​ສະ​ແດງ​ກຳລັງ​ຕໍ່​ຈີນ. ວັນ​ທີ 11, ທ່ານ​ສິນ​ກ່າງ​ໄດ້​ໃຫ້​ຄຳ​ຕອບ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​​​ເຫດການ​ດັ່ງ​ກ່າວ.

ທ່ານ​ສິນ​ກ່າງ​ກ່າວ​ວ່າ, ​ໃນ​ໄລຍະ​ປະຫວັດສາດ​ທີ່​ຕ່າງ​ກັນ ຫວຽດນາມ​ກໍມີ​ເຈດ​ຈຳ​ນົງ​ທີ່​ຕ່າງ​ກັນ, ຝ່າຍ​ຈີນ​ແມ່ນ​ຮູ້​ດີ​ຢູ່. ຜູ້ນຳ​ຈີນ​ແລະ​ຫວຽດນາມ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ຫຼາຍ​ເທື່ອ​ກ່ຽວ​ກັບ​ເລື່ອງ​ນີ້ ​ແລະ​ເຫັນ​ດີ​ເປັນ​ເອກະ​ພາບ​ກັນວ່າ​ຈະຮ່ວມ​ກັນ​ທຳ​ຄວາມ​ພະ​ຍາ​ຍາມ, ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ເທິງ​ທະ​ເລ ​ໂດຍ​ຜ່ານ​ຈາກ​ການ​ເຈລະຈາ​ແລະ​ປຶກ​ສາ​ຫາ​ລື​ກັນ, ປົກ​ປັກ​ຮັກສາ​ສະຖຽນ​ລະ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້ ​ແລະ​ພາກສ່ວນ​​ໃຫຍ່​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ.

ທ່ານ​ສິນ​ກ່າງ​ກ່າວ​ວ່າ, ຫວ່າງ​ມໍ່ໆ​ນີ້, ຢູ່​ຫວຽດນາມ​ໄດ້​ເກີດ​ເຫດ​ການ​ທີ່​ທຳ​ລາຍ​ການ​ພົວພັນ​ໄມຕີ​ຈິດ​ລະຫວ່າງ​ຈີນ​ຫວຽດນາມ, ຝ່າຍ​ຈີນ​ໃຫ້​ຄວາມ​ສຳຄັນ​ໃນ​ລະ​ດັບ​ສູງ​ຕໍ່​ເຫດ​ການ​ດັ່ງ​ກ່າວ. ຫວັງ​ໃຫ້​ລັດຖະບານ​ຫວຽດນາມ​​ໃຊ້​ທ່າ​ທີ​​ຮັບຜິດຊອບ, ​ໃຊ້​ມາດ​ຕະ​ການ​ອັນ​ບັງ​ເກີດ​ຜົນ​ຢ່າງ​ຈິງ​ຈັງ, ສະກັດ​ກັ້ນການ​ຂະຫຍາຍຕົວ​ຂອງ​ເຫດການ​ດັ່ງກ່າວ, ​ເພື່ອ​ຫຼີກ​ລ່ຽງ​ການ​ທຳ​ລາຍ​ການ​ພົວ​ພັນ​ລະຫວ່າງ​ສອງ​ປະ​ເທດ.