ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-11 16:40:37    
ຈີນ​ປະກາດ​ຮູບ​ຖ່າຍ​ເບື້ອງ​ຫຼັງ​ຂອງ​ດວງ​ຈັນ ທີ່​ຖ່າຍ​ໂດຍ​ດາວ​ທຽມ​ສາງ​ເອີ​ເລກ 1

cri Author: lm

ຕາມ​ຂ່າວ CRI: ວັນ​ທີ 11 ທັນວາ​ນີ້, ກົມ​ການບິນ​ອະວະກາດ​ແຫ່ງ​ຊາດ​ຈີນ ​ໄດ້​ປະ​ກາດ​ຮູບ​ຖ່າຍ​ເບື້ອງ​ຫຼັງ​ຂອງ​ດວງ​ຈັນ​ສອງ​ຮູບ ​ເຊິ່ງ​ແມ່ນ​ດາວ​ທຽມ​ສາງ​ເອີ​ເລກ 1​ ດາວ​ທຽມ​ສຳ​ຫຼວດ​ດວງ​ຈັນໜ່ວຍ​ທຳ​ອິດ​ຂອງ​ຈີນຖ່າຍ​ແລະ​ສົ່ງ​ຄືນສູ່​ໜ່ວຍ​ໂລກ, ນີ້​ແມ່ນ​ຈີນ​ເປີດ​​ເຜີຍ​ຮູບ​ຖ່າຍ​ເບື້ອງ​ຫຼັງ​ດວງ​ຈັນ​ເທື່ອ​ທຳ​ອິດ.

ທ່ານ​ເຜິ​ຍຈ້າວ​ອີ ​ໂຄສົກ​ກົມ​ການບິນ​ອະວະກາດ​​ແຫ່ງ​ຊາດຈີນກ່າວ​ວ່າ, ກ້ອງ​ຖ່າຍ​ຮູບ​ສາມ​ມິ​ຕິ​ຂອງ​ດາວທຽມ​ສາງ​ເອີ​ເລກ​ 1 ​ໄດ້​ຖ່າຍ​ເບື້ອງ​ຫຼັງ​ຂອງ​ດວງ​ຈັນ​ແລະ​ເຮັດ​ເປັນ​ຮູບ​ຂອງ​ບາງ​ເຂດ​ເບື້ອງ​ຫຼັງ​ດວງ​ຈັນ. ການ​ປະກາດ​ຮູບ​ຖ່າຍ​ສອງ​ຮູບ​ດັ່ງກ່າວ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ການບິນ​ຂອງດາວ​ທຽມ​ສາງ​ເອີ​ເລກ 1 ການ​ຕິດຕາມ​ບັນຊາແລະ​ໂທລະ​ຄົມ​ຢູ່​ໜ້າ​ດິນ​ໜ່ວຍ​ໂລກ ການ​ຮັບ​ແລະ​ຊຳລະຂໍ້​ມູນ​ເປັນຕົ້ນ ລ້ວນ​ແຕ່​ໄດ້​ເຮັດ​ວຽກ​ຢ່າງ​ເປັນ​ປົກ​ກະ​ຕິ, ​​ບັນ​ລຸ​ຄາດ​ໝາຍ​ຂອງ​ການ​ອອກ​ແບບ.